蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຳ​ມະ​ນາອຸດ​ສາ​ຫະ​ກຳ​ໄມ້​ປ່ອງ​ແລະ​ຫວາຍພ້ອມ​ທ່າ​ແຮງ​ດ້ານ​ການ​ຕະຫຼາດໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງ

2019-08-22 17:17:31 CRI

ກອງ​ປະ​ຊຸມ​ສຳ​ມະ​ນາອຸດ​ສາ​ຫະ​ກຳ​ໄມ້​ປ່ອງ​ແລະ​ຫວາຍ ພ້ອມ​ທ່າ​ແຮງ​ດ້ານ​ການຕະຫຼາດ​ທີ່​ດຳ​ເນີນ​ເປັນ​ເວ​ລາ 2 ວັນ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 21 ສິງ​ຫາ​ນີ້ ເຊິ່ງ​ແມ່ນ​ໂຄງ​ການ​ທຳ​ອິດ​​ໃນ​ງວດ​ທີ 2 ທີ່​ຈະ​ສຳ​ເລັດ​ລົງ​ໃນ​ປີ 2019 ​ໃນມຽນ​ມາ​ພາຍ​ໃຕ້​ຂອບກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ໂດຍ​ມີ​ບຸກ​ຄົນ ແລະ ​ຜູ້ຊ່ຽວ​ຊານ​ໃນ​ຂ​ະ​ແໜງ​ການ​ໄມ້​​ປ່ອຍ​ແລະ​ຫວາຍຈາກ​ຈີນ, ມຽນ​ມາ, ລາວ, ໄທ, ກຳ​ປູ​ເຈຍ ແລະ ຫວຽດ​ນ​າມ​ເຂົ້າ​ຮ່ວມ​ຖອດ​ຖອນ​ບົດ​ຮຽນ ແລະ ປຶກ​ສາຫາ​ລື​​ເຖິງ​ທ່າ​ແຮງ​ຂອງ​ອຸດ​ສາ​ຫະ​ກຳ​ດັ່ງ​ກ່າວ.

ທ່ານ​ວິນ​ຄາງ​ໂມ ຫົວ​ໜ້າ​ກົມ​ປະ​ດິດ​ສ້າງ​ໃໝ່​ກະ​ຊວງ​ສຶກ​ສາ​ທິ​ການ​ມຽນ​ມາ​ກ່າວ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ວ່າ: ໄມ້​​ປ່ອງ​ແລະ​ຫວາຍ​ເປັນ​ພືດ​ເສດ​ຖະ​ກິດ​ທີ່​ສາ​ມາດ​ນຳ​ມາ​ໃຊ້ໄດ້ຫຼາຍ​​ສິ່ງຫຼາຍ​ແນວ, ຫວັງ​ວ່າ​​ງານ​ສຳ​ມະ​ນາ​ຄັ້ງ​ນີ້ຈະ​ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ຈາກ​ຈີນ ເພື່ອ​ເລັ່ງ​ລັດ​ການ​ພັດ​ທະ​ນາ​​ອຸດ​ສາ​ຫະ​ກຳ​ໄມ້​ປ່ອງ​ແລະ​ຫວາຍ​ຂອງ​ປະ​ເທດ​ຕົນ.

ທ່ານ​ຢາງ​ໂສ​ເຈິ່ງ ທີ່​ປຶກ​ສາ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພັດ​ທະ​ນາ​ອຸ​ດ​ສາ​ຫະ​ກຳ​ໄມ້​ປ່ອງ​ແລະ​ຫວາຍ ແລະ ມູນ​ຄ່າ​ການ​ຜະ​ລິດ​ໃນ​ອຸດ​ສາ​ຫະ​ກຳດັ່ງ​ກ່າວ​ໃນ​ປີ 2018 ​ບັນ​ລຸຫຼາຍກວ່າ 300 ຕື້ຢວນ. ຈີນ​ຍິນ​ດີ​ແບ່ງ​ປັນ​ເຕັກ​ນິກ​ແລະ​ຕະຫຼາດ​ກັບ​ປະ​ເທດ​ຕ່າງໆ ເພື່ອ​ຊຸກ​ຍູ້​​ອຸດ​ສາ​ຫະ​ກຳ​ດັ່ງ​ກ່າວງ​-ແມ່​ນ້ຳ​ຂອງ​ໃຫ້ພັດ​ທະ​ນາ​ຢ່າງ​ປອດ​ໃສແລະ​ຍືນ​ຍົງ.

ຄຳ​ເຫັນ

0