莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 7 ເດືອນ​ຕົ້ນ​ປີນີ້, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ແຂວງ​ຢຸນ​ນານ​ກັບ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ” ​ບັນ​ລຸ​ເຖິງ 90,74 ຕື້ຢວນ

2019-08-22 11:17:33 CRI

ຕາມ​ຂ່າວ​ສານ​ຈີນ: ດ່ານ​ພາ​ສີ​ຄຸນ​ມິງ​ແຈ້ງ​ໃຫ້​ຊາບ​ວ່າ: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ​ປີ 2019, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ແຂວງ​ຢຸນ​ນານ​ກັບ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ” ໄດ້​ບັນ​ລຸ​ເຖິງ 90,74 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 16%, ກວມ 72,1% ຂອງ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ທົ່ວ​ແຂວງ. ໃນ​ນັ້ນ, ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ແຂວງ​ຢຸນ​ນານ​ກັບ​ປ​ະ​ເທດ​ອ້ອມ​ຂ້າງ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​​ກວມ​ເຖິງ 72,5% ຂອງ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ແຂວງ​ຢຸນ​ນານ​ກັບ​ປະ​ເທດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ຄຳ​ເຫັນ

0