吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ລັດຖະມົນຕີການ​ຕ່າງປະ​ເທດອາ​ເມຣິກາ​ຈັດການ​ເຈລະຈາ “C5+1” ກັບ​ລັດຖະມົນ​ຕີ​​ການ​ຕ່າງປະ​ເທດ 5 ປະ​ເທດ​ອາຊີ​ກາງ

2019-08-22 17:42:47 cri

ວັນ​ທີ 21 ສິງຫາ​ນີ້, ທ່ານ​​ເດ​ວິດ ​ເຮວ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອາ​ເມຣິກາ​ໄດ້​ຈັດການ​ເຈລະຈາ​ກົນ​ໄກ “C5+1” ກັບ​ລັດ​ຖຸະມົນຕີ​ກະຊວງ​ການ​ຕ່າງປະ​ເທດ 5 ປະ​ເທດ​ອາຊີ​ກາງ​ຢູ່​ນະຄອນຫຼວງ​​ເນີ ຊູນ​ຕັນ​ປະ​ເທດ​ກາ​ຊັກ​ສະຖານ.

ການ​ເຈລະຈາ​ຄັ້ງ​ນີ້ໄດ້​ຈັດ​ຂຶ້ນ​​ໃນ​ຮູບ​ແບບ​ເປັນ​ການ​ພາຍ​ໃນ. ຂ່າວສານ​ກາ​ຊັກ​ສະຖານ​ໄດ້​ລາຍ​ງານ​ວ່າ: ຫົວ​ຂໍ້​ຕົ້ນຕໍ​ຂອງ​ການ​ເຈລະຈາ​ຄັ້ງ​ນີ້​ແມ່ນ “ການຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ​ໃນພາກ​ພື້ນ ​ແລະ​ການ​ພົວພັນ​ຄູ່​ຮ່ວມ​ມື", “ສັນຕິພາບ​​ໃນ​ອັບ​ກາ​ນິສະຖານ” ​ແລະ “ຮັບປະກັນ​ຄວາມ​ໝັ້ນຄົງ​ໃນ​ອາຊີ​ກາງ”  ບັນດາ​ຝ່າຍ​ທີ່​​ເຂົ້າ​ຮ່ວມ​ຍັງ​ໄດ້​ປຶກສາ​ຫາລື​ເຖິງ​ການ​ເຊື່ອມ​ໂຍງ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ​ການ​ຂົນ​ສົ່ງ​ຂ້າມ​ຊາດ​ໃ​ນເຂດ​ອາຊີ​ກາງ​.

ວັນ​ທີ 20 ສິງ​ຫາ​ນີ້, ທ່ານ​​ເຮວ​ໄດ້​ເດີນທາງ​ເຖິງ​ກາ​ຊັກ​ສະຖານ ​ແລະ​ດຳ​ເນີນ​ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ. ທ່ານ​ໄດ້ພົບ​ປະ​ຫາລື​ກັບ​ທ່ານ​ຄາ​ຊີມ ​ໂຈ​ມາດ ​​ໂຕ​ກາ​ເຢຟ ປະທານາທິບໍດີ​ກາ​ຊັກ​ສະຖານກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ: ການເພີ່ມ​ທະວີ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ, ກາ​ນຟື້ນ​ຟູ​ສັງຄົມອັບການິສະຖານຄືນໃໝ່ ແລະອື່ນໆ. ວັນທີ 22 ສິງຫານີ້, ທ່ານ​ເຮວຈະເດີນທາງເຖິງອຸສະເບກິສະຖານ ແລະຈະດຳເນີນການຢ້ຽມຢາມເປັນເວລາ 2 ວັນ.

ຄຳ​ເຫັນ

0