莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ເພີ່ມທະ​ວີ​ການ​ອະ​ນຸ​ລັກ​ແລະ​ການ​ຟື້ນ​ຟູ​ປ່າ​ໄມ້​ທຳ​ມະ​ຊາດ​ຕື່ມ​ອີກ

2019-08-22 13:54:40 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 21 ສິງ​ຫານີ້, ທ່ານຫຼີ​ຊູ້​ມິງ ຮອງ​ຫົວ​ໜ້າ​ກົມ​ປ່າ​ໄມ້​ແລະ​ທົ່ງ​ຫຍ້າ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ປະ​ເທດ​ຈີນ​ຈະ​ໃຊ້​​​ມາດ​ຕະ​ການ​ອະ​ນຸ​ລັກ​ໃນ​ລະ​ດັບ​ສູງ, ຄຸ້ມ​ຄອງ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸດ, ແລະ​ມາດ​ຕະ​ການ​​ຟື້ນ​ຟູ​ທີ່​ຮອບ​ດ້ານກວ່າ​ເກົ່າ​ເພື່ອ​ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ແລະ​ຟື້ນ​ຟູ​ປ່າ​ໄມ້​ທຳ​ມະ​ຊາດ.

ທ່ານຫຼີ​ຊູ້​ມິງ​​ໄດ້​ກ່າວໃນ​​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ຂອງ​ລັດ​ຖະ​ບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ສິງ​ຫານີ້​ວ່າ: ປັດ​ຈຸ​ບັນ, ຈີນ​ມີ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​ທຳ​ມະ​ຊາດ 197,7 ລ້ານ​ເຮັກ​ຕາ, ກວມ​ເນື້ອ​ທີ່​ປ່າ​ໄມ້​ທົ່ວ​ປະ​ເທດຫຼາຍກວ່າ 64%, ​ແລະ​ກວມ​ຊັບ​ພະ​ຍາ​ກອນ​ໄມ້​ທ່ອນຫຼາຍກວ່າ 83%. ປ່າ​ໄມ້​ທຳ​ມະ​ຊາດ​ແມ່ນສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​, ການ​​ອະ​ນຸ​ລັກ​ປ່າ​ໄມ້​ທຳ​ມະ​ຊາດ​ແມ່ນ​ຄວາມ​ຈຳ​ເປັນ​ທີ່​ສຸດໃນ​ການ​ສ້າງ​ສາ​ປະ​ເທດ​ໃຫ້​ສວຍ​ສຸດ​ງົດ​ງາມ.

ທ່ານ​ກ່າວ​ຕື່ມ​ວ່າ: ແຕ່​ປີ 1998 ເປັນ​ຕົ້ນ​ມາ, ຈີນ​ໄດ້​ເລີ່ມ​ທົດ​ລອງ​ໂຄງ​ການ​​ອະ​ນຸ​ລັກປ່າ​ໄມ້​ທຳ​ມະ​ຊາດ​ໃນ​ບາງ​​ທ້ອງ​ຖິ່ນ. “ໃນ 20 ກວ່າ​ປີ​ມານີ້, ​ການ​ເຕີບ​ໂຕ​ໃນການ​ຟື້ນ​ຟູ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​ທຳ​ມະ​ຊາດ​ແມ່ນ​ໄວ​ຫຼ​າຍ, ​ໂດຍເນື້ອ​ທີ່​​ປ່າ​ໄມ້​ທຳ​ມະ​ຊາດ​ທົ່ວ​ປະ​ເທດໄດ້​ເພີ່ມ​ຂຶ້ນຫຼາຍ​ເຖິງ 28,5 ລ້ານ​ເຮັກ​ຕາ, ​ຊັບ​ພະ​ຍາ​ກອນ​ໄມ້​ທ່ອນ​ທີ່​ເປັນຕົ້ນ​ໄມ້​ທຳ​ມະ​ຊາດ​ເພີ່ມ​ຂຶ້ນ 3,775 ຕື້​ແມັດ​ກ້ອນ.” ຮອດ​ທ້າຍ​ປີ 2018, ອັດ​ຕາ​​ການປົກ​ຫຸ້ມ​​ຂອງປ່າ​ໄມ້​​ຢູ່ຈີນ​ໄດ້​ບັນ​ລຸ​ເຖິງ 22,96%. ຄວາມ​ສາ​ມາດ​ໃນ​ດ້ານ​ຮັກ​ສາ​ດິນ​ແລະ​ນ້ຳ​ຂອງ​ປ່າ​ໄມ້​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ​ຂອງ​ສັດ​ແລະ​ພືດ​ປ່າ​ໄດ້​ຮັບ​ການ​​ຟື້ນ​ຟູ​ແລະ​ອະ​ນຸ​ລັກ​ໃຫ້​ດີ​ຂຶ້ນ​ຢ່າງຫຼວງຫຼາຍ.

ຄຳ​ເຫັນ

0