李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ດານ​ມາກ​ສະ​ແດງ​ຄວາມ​ເສຍ​ດາຍ​ແລະ​ຕົກ​ຕະ​ລຶງຕໍ່​ທ່ານ​ທ​ຣຳ​ທີ່​ເລື່ອນ​ເວ​ລາ​ຢ້ຽມ​ຢາມ​ປະ​ເທດ​ຕົນ

2019-08-22 10:21:42 cri

    ທ່ານ​ນາງ ເມັດ​ເຕີ ເຟ​ຣ​ເດີ​ຣີກ​ເຊັນ ນ​າ​ຍົກ​ລັດ​ຖະ​ມົນ​ຕີ​ດານ​ມາກ ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ເປັນ​ເວ​ລາ​ສັ້ນ​ໆຢູ່​ນະ​ຄອນຫຼວງ​ໂກ​ເ​ປັນ​ຮາກ​ໃນ​ວັນ​ທີ 21 ​ສິງ​ຫານີ້ ເພື່ອ​ສະ​ແດງ “ຄວາມ​ເສຍ​ດາຍ​ແລະ​ຕົກ​​ຕະ​ລຶງ” ຕໍ່​ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທີ່​ເລື່ອນ​ເວ​ລາ​ຢ້ຽມ​ຢາມ​ປະ​ເທດ​ຕົນ ເຊິ່ງ​ແຕ່​ເດີມ​ໄດ້ຕົກ​ລົງວ່າ​ຈະ​ຢ້ຽມ​ຢາມ​ໃນ​ຕົ້ນ​ເດືອນ​ກັນ​ຍາ​ໜ້ານີ້.

    ທ່ານ​ນາງ ເຟ​ຣ​ເດີ​ຣີກ​ເຊັນ ກ່າວ​ວ່າ: ຕອນ​ຄ່ຳ​ວັນ​ທີ 20 ສິງ​ຫານີ້, ສະ​ຖານ​ທູດ​ດານ​ມາກ​ປະ​ຈຳ​ອາ​ເມ​ຣິ​ກາ ໄດ້​ຮັບ​ແຈ້ງ​ການຈາກທຳ​ນຽບ​ຂາວ​ກ່ຽວ​ກັບ​ການ​ຍົກ​ເລີກ​ແຜນ​ການ​ຢ້ຽມ​ຢາມ​ຂອງທ່ານ ທ​ຣຳ. ແຕ່​ທ່ານ​ກ່າວ​ຕື່ມ​ວ່າ, ການ​ທີ່​ທ່ານ ທ​ຣຳ​ ເລື່ອນ​ເວ​ລາ​ຢ້ຽມ​ຢາມນັ້ນ ຈະ​ບໍ່​ກະ​ທົບ​ເຖິງ​ການ​ຮ່ວມ​ມື​ທີ່​ດີ​ແລະ​ການ​ສົນ​ທະ​ນາ​​ທີ່​ມີ​ຢູ່ລະ​ຫວ່າງ​ດານ​ມາກ​ກັບ​ອາ​ເມ​ຣິ​ກາ, ດານ​ມາກ​ຫວັງ​ຢາກ​ສືບ​ຕໍ່​ສົນ​ທະ​ນາ​ແລະ​ຮ່ວມ​ມື​ກັບ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​ໃນ​ບໍ​ລິ​ເວນ​ຂົ້ວ​ໂລກ​ເໜືອ.

    ຕອນ​ຄ່ຳ​ວັນ​ທີ 20 ສິງ​ຫານີ້, ທ່ານ ທ​ຣຳ ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ຍ້ອນ​ວ່າ​ທ່ານ​ນາງ ເຟ​ຣ​ເດີ​ຣີກ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ດານ​ມາກ​ໄດ້​ກ່າວ​ໃນ​ກ່ອນ​ໜ້ານີ້​ບໍ່​ດົນ​ວ່າ ​ທ່ານບໍ່​ສົນ​ໃຈ​ຕໍ່​ການ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບ​ການ​ຂາຍ​ເກາະ​ກ​ຣີນ​ແລນ, ສະ​ນັ້ນ ຕົນ​ຈະ​ເລື່ອນ​ເວ​ລາ​ການ​ພົບ​ປະ​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ແຕ່​ເດີມ​ຕົກ​ລົງ​ຈະ​ຈັດ​ຂຶ້ນ​ພາຍ​ໃນ 2 ອາ​ທິດ​ຂ້າງ​ໜ້າ​ນີ້.

ຄຳ​ເຫັນ

0