尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ລິ​ມານ​ການ​ນຳ​ເຂົ້າ​ຂີ້​ເຫຍື້ອ​ວັດ​ຖຸ​ແຂງຂອງ​ຈີນ​ໃນ​ປີ 2019 ຫຼຸດ​ລົງເກືອບ 30% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

2019-08-22 18:24:59 cri

ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ທີ່​ຮັບ​ຜິດ​ຊອບ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ຂີ້​ເຫຍື້ອ​ວັດ​ຖຸ​ແຂງ​ຂອງ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ຫວ່າງ​ມໍ່ໆ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:ໃນ 6 ເດືອນ​ຕົ້ນ​ປີ​ນີ້,ປະ​ລິ​ມານ​ການ​ນຳ​ເຂົ້າ​ຂີ້​ເຫຍື້ອ​ວັດ​ຖຸ​ແຂງຂອງ​ທົ່ວ​ປະ​ເທດ​ 7,286 ລ້ານ​ໂຕນ,ຫຼຸດ​ລົງ 28,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ,ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ວຽກ​ງານ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ “ຂີ້​ເຫຍື້ອ​ຈາກ​ຕ່າງ​ປະ​ເທດ” ເຂົ້າ​ແດນ​ຜິດ​ກົດ​ໝາຍ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຕົວ​ຈິງ.
 

ອີງ​ຕາມ​ຕົວ​ເລກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ແຕ່​ປີ 1992 ເປັນ​ຕົ້ນ​ມາ,ຈີນ​ໄດ້​ຮັບ​ຂີ້​ເຫຍື້ອ​ເກືອບເຄິ່ງ​ໜຶ່ງ​ຂອງ​ທົ່ວ​ໂລກ. ​ເຊິ່ງ 4 ອັນ​ດັບຕົ້ນ​ຕໍ​ແຫຼ່ງ​ທີ່​ມາ​ຂອງ​ຂີ້​ເຫຍື້ອ​ຈາກຕ່າງ​ປະ​ເທດ​ເຫຼົ່າ​ນີ້​ແມ່ນ​ອາ​ເມ​ຣິ​ກາ,ເອີ​ຣົບ,ຍີ່​ປຸ່ນ​ແລະ​ອົ​ສ​ຕ​ຣາ​ລີ.
 

ໃນ​ເດືອນມິ​ຖຸ​ນາ​ປີ 2018, ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່​ເອ​ກະ​ສານ “ຄວາມ​ເຫັນ​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກລະ​ບົບ​ນິ​ເວດ​ແລະ​ເອົາ​ຊະ​ນະ​ໃນ​ບັ້ນ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດຢ່າງ​ຮອບ​ດ້ານ”,ໃນ​ນັ້ນ,ໃນ​ດ້ານ​ການ​ກຳ​ນົດ​ວຽກ​ປ້ອງ​ກັນ​ແລະແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ຈາກ​ຂີ້​ເຫຍື້ອ​ວັດ​ຖຸ​ແຂງ,ບໍ່​ອະ​ນຸ​ຍາດ​ໃຫ້​ຂີ້​ເຫຍື້ອຍ​ຕ່າງ​ປະ​ເທດ​ເຂົ້າ​ແດນ​ຢ່າງ​ເດັດ​ຂາດ,​ປາບ​ປາມ​ການ​ຄ້າ​ຂາຍ​ເຖື່ອນ​ຢ່າງ​ເຄັ່ງ​​ຄັດ,ຫຼຸດ​ປະ​ລິ​ມານ​ແລະ​ປະ​ເພດ​ການ​ນຳ​ເຂົ້າ​ຂີ້​ເຫຍື້ອ​ວັດ​ຖຸ​ແຂງ​ໃຫ້​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ,ພະ​ຍາ​ຍາມ​ສຸດ​ຂີດ​ບັນ​ລຸ​ເປົ້າ​ໝາຍປອດ​ການນຳ​ເຂົ້າ​ຂີ້​ເຫຍື້ອ​ວັດ​ຖຸ​ແຂງໂດຍ​ພື້ນ​ຖານ​ກ່ອນ​ທ້າຍ​ປີ 2020. ຂະ​ນະ​ດຽວ​ກັນ,ຈີນ​ຍັງ​ໄດ້​ຍົກ​ລະ​ດັບ​ເຕັກ​ນິກ​ດ້ານ​ການ​ບຳ​ບັດ​ຂີ້​ເຫຍື້ອ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ​ຢ່າ​ງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0