ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ສິງຫານີ້, ທ່ານອັບດາລາ ຮາມໂດກ ນັກເສດຖະສາດໄດ້ສາບານຕົວດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີລັດຖະບານເພື່ອການປ່ຽນຜ່ານຂອງຊູດັງຢູ່ທຳນຽບປະທານາທິບໍດີໃນນະຄອນຫຼວງກາກຕູມ. ຄາດວ່າທ່ານຈະສຳເລັດການຈັດຕັ້ງລັດຖະບານເພື່ອການປ່ຽນຜ່ານໃນວັນທີ 28 ສິງຫານີ້.
ທ່ານຮາມໂດກໄດ້ກ່າວຕໍ່ກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນພາຍຫຼັງພິທີສາບານຕົວວ່າ: ໜ້າທີ່ຕົ້ນຕໍຂອງລັດຖະບານນີ້ແມ່ນເພື່ອຢຸດຢັ້ງສົງຄາມ, ບັນລຸສັນຕິພາບແບບຖາວອນ ແລະພັດທະນາເສດຖະກິດຂອງຊາດໃຫ້ເຂັ້ມແຂງບົນພື້ນຖານການພັດທະນາການຜະລິດ. ລັດຖະບານຕົນຈະພະຍາຍາມປະຕິຮູບອົງການລັດ, ຕ້ານການສໍ້ລາດບັງຫຼວງ ແລະສ້າງປະເທດທີ່ປົກຄອງດ້ວຍກົດໝາຍ.
ໃນມື້ດຽວກັນກ່ອນໜ້ານັ້ນບໍ່ດົນ, ທ່ານອັບເດວ ຟາຕາ ເບີຮານໄດ້ສາບານຕົວດຳລົງຕຳແໜ່ງເປັນປະທານຄະນະກຳມະການອຳນາດອະທິປະໄຕປະສົມ, ສ່ວນເຈົ້າໜ້າທີ່ຂັ້ນສູງຄົນອື່ນໆຂອງຄະນະກຳມະການດັ່ງກ່າວໄດ້ສາບານຕົວດຳລົງຕຳແໜ່ງໃນມື້ດຽວກັນ. ເມື່ອຄະນະກຳມະການອຳນາດອະທິປະໄຕປະສົມສ້າງຕັ້ງຂຶ້ນແລ້ວ, ຄະນະກຳມະການການທະຫານເພື່ອການປ່ຽນຜ່ານຂອງຊູດັງກໍຈະຖືກຍຸບໄປໃນໂຕ.
ຄຳເຫັນ
0