李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຊົງ​ໂຈ​ເຂດກວາງ​ຊີ​ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​​ຊາດ

2019-08-22 16:02:51 cri

    ນະ​ຄອນຊົງ​ໂຈ ເປັນ​ເມືອງ​ໃຫຍ່ດ້ານ​ການ​ຄ້າ​ຊາຍ​ແດນ​ຂອງ​ຈີນ, ຫວ່າງມໍ່ໆ​ມານີ້ ນະ​ຄອນ​ດັ່ງ​ກ່າວ ໄດ້​ຊຸກ​ຍູ້​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ເຊື່ອມ​ຈອດ​ກັນ​ແລະ ລະ​ບົບ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ຊາດ ເພື່ອ​ສ້າງເປັນ​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​ຫຼາຍ​ຮູບ​ແບບ​ທີ່​ທັນ​ສະ​ໄໝ ເຊິ່ງ​ເຊື່ອມ​ຕໍ່​ກັບ​ປະ​ເທດ​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ປີ 2018 ການ​ຄ້າ​ກັບ​ພາຍນອກ​ຂອງ​ທົ່ວ​ນະ​ຄອນ ໄດ້​ບັນ​ລຸ​ 22,36 ຕື້​ໂດ​ລາ ໃນ​ນັ້ນ, ການ​ຄ້າ​ຊາຍ​ແດນ​ລາຍ​ຍ່ອຍ ກວມ​ເກືອບ 30% ຂອງ​ທົ່ວ​ປະ​ເທດ.

    ວັນ​ທີ 21 ສິງ​ຫານີ້, ທາງ​ການ​ນະ​ຄອນ​ຊົງ​ໂຈ ໄດ້​ແຈ້ງ​ໃຫ້​ຊາບໃນ​ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ນະ​ຄອນ​ດັ່ງ​ກ່າວ, ໂດຍ​ທ່ານ ເຮີ​ລຽງ​ຈູ່ນ ເຈົ້າ​ຄອງ​ນະ​ຄອນ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ: ຍ້ອນ​ໄດ້​ເພີ່ມ​ທະ​ວີ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ດ່ານ​ຊາຍ​ແດນ​ຢ່າງ​ບໍ່​ຢຸດຢັ້ງ, ເຮັດ​ໃຫ້ 4 ເມືອງ​ຊາຍ​ແດນ​ໄດ້​ມີ​ດ່ານ​ປະ​ເພດ​ໜຶ່ງທັງ​ໝົດ​, ເຮັດ​ໃຫ້​ນະ​ຄອນ​ຕົນ​ຖືກ​ຈັດ​ເຂົ້າ​ໃນ​ຕົວ​ເມືອງ​ສູນ​ກາງ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ລະ​ດັບ​ຊາດ​​ຜ່ານ​ດ່ານ​ຊາຍ​ແດນ​ທາງ​ບົກ. ໃນ​ນັ້ນ, ດ່ານ​ມິດ​ຕະ​ພາບໄດ້​ເປີດໃຫ້​ບໍ​ລິ​ການ​ເປັນ​ປົກ​ກະ​ຕິ​ໃນ​ທ້າຍ​ອາ​ທິດ​ແລະ​ວັນ​ພັກ​ລັດ​ຖະ​ການ ແລະ ການ​ຜ່ານ​ດ່ານ​ແບບ​ອັດ​ສະ​ລິ​ຍະ​ກ່ອນ​ໝູ່​ໃນ​ບັນ​ດາ​ດ່ານ​ຊາຍ​ແດນ​ທາງ​ບົກ​ທົ່ວ​ປະ​ເທດ​ຈີນ

ຄຳ​ເຫັນ

0