蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິ​ລິ​ຍາ​ວາ​ຈາ​ທີ່​ໂອ​ຫັງ​ສຸດ​ຂີດກ່ຽວ​ກັບ​ຮົງ​ກົງ​ຂອງບາງ​ຄົນ​ໃນ​ອາ​ເມ​ຣິ​ກາ​ຈະ​ສ້າງ​ຜົນ​ຮ້າຍ​ຢ້ອນຫຼັງ​ໃຫ້​ກັບ​ຕົນ​ເອງ

2019-08-22 17:16:41 CRI

ຫວ່າງ​ມໍ່ໆ​ມານີ້, ທ່ານ​ນາງ ນານ​ຊີ ເປ​ໂລ​ຊີ ປະ​ທານ​ສະ​ພາ​​ຕ່ຳອາ​ເມ​ຣິ​ກາ, ທ່ານ ມາ​ໂຄ​ຣ ຣູ​ບີ​ໂອ ສະ​ມ​າ​ຊິກ​ສະ​ພາ​ສູງ ແລະ​ຜູ້​ອື່ນໆ​ໄດ້​ປ່າວ​ຂ່າວ​ຢ່າງ​ເປີດ​ເຜີຍ​ວ່າ ຈະ​ຊຸກ​ຍູ້​ການ​ພິ​ຈາ​ລະ​ນາ​ເພື່ອ​ຮັບ​ຮອງ “ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຮົງ​ກົງ” ພາຍຫຼັງ​​ເປີດລັດ​ຖະ​ສະ​ພາ​ຄືນ​ໃໝ່. ນີ້ເປັນ​ການ​ສະ​ໜັບ​ສະ​ໜູນ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຢູ່​ຮົງ​ກົງ ເຊິ່ງ​​ທາດ​ແທ້​​ແລ້ວ​ແມ່ນເພື່ອ​ບັນ​ຈຸ​ຈຸດ​ປະ​ສົງ​ອັນ​ໂຫດ​ຫ້ຽມ​ທີ່​ຄັດ​ຄ້ານ​ຈີນ​ແລະ​ສ້າງ​ຄວາ​ມ​ວຸ້ນ​ວາຍ​ຢູ່​ຮົງ​ກົງໂດຍ​ນຳ​ໃຊ້​ບັນ​ຫາ​ຮົງ​ກົງ​ເປັນ​ເຄື່ອງ​ມື.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ແລະ​ອົງ​ການ​ທາງ​ການ​ເຊັ່ນ: ​ອົງ​ການ​ສືບ​ຂ່າວລັບ CIA ເປັນ​ຕົ້ນ​ຂອງ​ອາ​ເມ​ຣິ​ກາ​ພວມ​ສະ​ໜັບ​ສະ​ໜູນ​ພວກ​ຫົວ​ຮຸນ​ແຮງ​​ຢູ່​ຮົງ​ກົງ, ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ພົບ​ປະ​ແລະໃຫ້​ຄຳ​ແນະ​ນຳ​ສັ່ງ​ສອນ​ຕໍ່​ພວກ​ແບ່ງ​ແຍກ​ຮົງ​ກົງ​ໃຫ້​ເປັນ​ເອ​ກະ​ລາດແລະ​​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນເທົ່າ​ນັ້ນ, ຫາກ​ຍັງ​ຕຳ​ໜິ​ຈິ​ຈານ​ຢ່າງ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ຮົງ​ກົງ​ເລື້ອຍໆ ທັງ​ຂົ່ມ​ຂູ່​ວ່າ​ຈະ​ເອົາ​ບັນ​ຫາ​ຮົງ​ກົງ​ໄປ​ກ່ຽວພັນ​ກັບ​ບັນ​ຫາ​ເສ​ດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ຈີນ​ອີກ​ດ້ວຍ.

ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ປີນີ້​ເປັນ​ຕົ້ນ​ມາ, ພວກ​ຫົວ​ຮຸນ​ແຮງ​ຈຳ​ນວນ​ໜຶ່ງ​ຢູ່​ຮົງ​ກົງ ໄດ້ຫຼອນ​ໂຈມ​ຕີ​ຕຳຫຼວດ, ​ທຳ​ຮ້າຍ​ນັກ​ຂ່າວ​ແລະ​ນັກທ່ອງ​ທ່ຽວ, ທຳ​ລາຍ​ຕຶກ​ຫ້ອງ​ການ​ຂອງ​ສະ​ພາ​ນິ​ຕິ​ບັນ​ຍັດ​ຮົງ​ກົງ​ພ້ອມ​ດ້ວຍ​ຫ້ອງ​ການ​ປະ​ສານ​ງານ​ຂອງ​ລັດ​ຖະ​ບານ​ກາງ​ປະ​ຈຳ​ຮົງ​ກົງ, ຢຽບ​ຫຍາມ​ທຸງ​ຊາດ​ແລະ​ກາ​ໝາຍ​ຊາດ​ຂອງ​ຈີນ​ແລະ​ກາ​ໝາຍ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ອັດ​ຕັນ​ປິດກັ້ນ​ການ​ຈະ​ລາ​ຈອນ​ສາ​ທາ​ລະ​ນະ ທັງ​ເຮັດ​ໃຫ້​ສະ​ໜາມ​ບິນ​ຮົງ​ກົງ​ເປັນ​ອຳ​ມະ​ພາດ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ສ​ເຕ​ຟານ ບາ​ຣອນ ອະ​ດີດ​ບັນ​ນາ​ທິ​ການ​ໃຫຍ່​ວາ​ລະ​ສານ “ເສດ​ຖະ​ກິດ​ລາຍ​ສັບ​ປະ​ດາ” ເຢຍ​ລະ​ມັນ​​ໄດ້ພິມ​ບົດ​ຄວາມ​ລົງໜັງ​ສື​ພິມ “ຮັນ​ເດວ​ສະບ​ລາດ” ໂດຍ​ຊີ້​​ໃຫ້​ເຫັນວ່າ: ຖ້າ​ການ​ຈະ​ລາ​ຈົນ​ແບບ​ນີ້ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ, ອາດ​ຈະ​ຖືກ​ປາບ​ປາມ​​ຕັ້ງ​ແຕ່​ຫົວ​ທີ່. ​ກົງ​ກັນ​ຂ້າມ, ນັກ​ການ​ເມືອງ​ສຳ​ຄັນບາງ​ຄົນ​ຂອງ​ອາ​ເມ​ຣິກ​ພັດ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ອຳ​ນາດ​ການ​ປົກ​ຄອງ ແລະ ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຮົງ​ກົງ​ວ່າ: “ບໍ່​ເຄົາ​ລົບ​ການ​ປົກ​ຄອງ​ດ້ວຍ​ກົດ​ໝາຍ, ​ບໍ່​ເປັນປະ​ຊາ​ທິ​ປະ​ໄຕ ແລະ ​ບໍ່​ມີເສ​ລີ​ພາບ” ເຊິ່ງ​ເປັນ​ຖ້ອຍ​ຄຳ​ປີ້ນ​ດຳ​ເປັນ​ຂາວ ແລະ ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ສອງ​ມາດ​ຖານ​ຂອງ​ເຂົາ​ຢ່າງ​ຈະ​ແຈ້ງ.

​ຄວາມອົດ​ທົນ​ໄວ້​ບໍ່​ແມ່ນ​ເລື່ອງ​ອ່ອນ​ແອ, ​ສຸ​ຂຸມ​ຮອບ​ຄອບ​ບໍ່​ແມ່ນ​ຍິນຍອມ. ນັກ​ການ​ເມືອງ​ຈຳ​ນວ​​ນໜຶ່ງ​ ແລະ ອິດ​ທິ​ກຳ​ລັງ​ປໍ​ລະ​ປັກ​ຈີນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ຄວນຕີ​ລາ​ຄາ​ຢ່າງ​ຜິດ​ພາດ ແລະ ປະ​ໝາດ​ຕໍ່​ມາ​ນະ​ຈິດ​ອັນ​ເຂັ້ມ​ແຂງ ແລະ ຄວາມ​ຕັດ​ສິນ​ໃຈ​ທີ່​ເດັດ​ຂາດ​ຂອງ​ລັດ​ຖະ​ບານ​ ແລະ ປະ​ຊາ​ຊົນ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາ​ມ​ໝັ້ນ​ຄົງ ແລະ ຄວາ​ມ​ເປັນ​ເອ​ກະ​ພາບ​ແຫ່ງ​ຊາດ ແລະ ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ. ຖ້າ​ມີ​ຜູ້​ໃດ​ຢາກ​ສວຍ​ໃຊ້​ໂອ​ກາດ​ທຳ​ລາຍ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ ພ້ອມ​ທັງ​ມີ​ເຈດ​ຕະ​ນາ​ກໍ່​ຄວາມປັ່ນ​ປ່ວນ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ ເພື່ອ​ກີດ​ຂວ​າງ​ການ​ພັດ​ທະ​ນາ​ຂອງ​ຈີນ, ຍ່ອມ​ຈະ​ໄດ້​ຮັບ​ຜົນ​ຮ້າຍ​ຢ້ອນຫຼັງ​ຕໍ່​ຕົວ​ເອງ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0