吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເວທີ​ປຶກສາ​ຫາ​ລື​ສວນສາ​ທາ​ລະນະ​ແຫ່ງ​ຊາດ​ຄັ້ງທຳ​ອິດ​ໄດ້​ປິດວົງ​ດ້ວຍ​ຜົນສຳ​ເລັດ​ຂອງ​ຂໍ້​ຕົກລົງ​ຊີ່​ໜິງ 8 ຂໍ້

2019-08-22 17:43:23 cri

ວັນ​ທີ 19 ຫາ​ວັນ​ທີ 20 ສິງຫາ​ນີ້, ອົງການ​ປ່າ​ໄມ້ ​ແລະ​ທົ່ງ​ຫຍ້າ​ແຫ່ງ​ຊາດ ​ແລະ​ອົງການ​ປົກຄອງ​ແຂວງຊິ່ງ​ໄຫຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ​ເວທີ​ປຶກສາ​ຫາລື​ສວນສາທາລະນະ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ​ຢູ່​ນະຄອນ​ຊີ່ໜິງ​ແຂວງ​ຊິ່ງ​ໄຫ​ຢ່າງ​​ສຳ​ເລັດ​ຜົນ ​ເຊິ່ງມີ​ພະນັກງານ​ຂັ້ນ​ສູງ​ຈາກ​ກະຊວງ ​ແລະ​ຄະນະ​ກຳມະການ​ທຽບ​ເທົ່າ, ມະຫາວິທະຍາ​ໄລ, ສະ​ຖາ​ບັນຄົ້ນຄວ້າ ກໍ​ຄື​ອົງການ​ຄຸ້ມ​ຄອງ​ເຂດ​ອະນຸລັກ​ທຳ​ມະ​ຊາດ​ແຕ່ລະ​ແຂວງ, ​ເຂດ​ປົກຄອງ​ຕົນ​ເອງ ​ແລະ​ກຳ​ແພງນະຄອນ, ຜູ້ຕາງໜ້າ​ຈາກ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ, ຜູ້​ຊ່ຽວຊານ ​ແລະ​ນັກ​ວິຊາ​ການ​ໃນ​ຂະ​ແໜງ​​ການ​ຕ່າງໆ​ຫຼາຍ​ກວ່າ 450 ຄົນ​ເຂົ້າ​ຮ່ວມ ​ແລະ​ໄດ້​ບັນລຸ “ຂໍ້​ຕົກລົງ​ຊີ່​ໜິງ” 8 ຂໍ້​ຫຼັງ​ໄດ້​ແລ​ກປ່ຽນ ​ແລະ​ປຶກສາ​ຫາລື​ຢ່າງ​ເປັນ​ເອກະ​ພາບ.

ຄຳ​ເຫັນ

0