李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ລັງ​ກາ​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງ​ໃນ​ການ​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ຊິ່ນ​ຈ່ຽງ

2019-08-23 10:47:29 cri

    ໃນ​ເວ​ລາ​ພົບ​ປະ​ກັບ​ທ່ານ ເຊີງ​ເຊຢວນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ສີ​ລັງ​ກາ​ຢູ່​ນະ​ຄອນຫຼວງ​ໂກ​ລົມ​ໂບ​ໃນ​ວັນ​ທີ 21 ສິງ​ຫານີ້, ທ່ານ ໄມ​ຕ​ຣີ​ພາ​ລາ ສີ​ລິ​ເຊ​ນາ ປະ​ທາ​ນາ​ທິ​ບໍ​ດີ​ສີ​ລັງ​ກາ​ໄດ້​ກ່າວ​ເນັ້ນ​ໜັກອີກ​ເທື່ອ​ໜຶ່ງວ່າ: ​ຕົນສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ​ຈີ​ນ​ໃນ​ບັນ​ຫາ​ຊິ່ນ​ຈ່ຽງ​ຢ່າ​ງ​ເດັດ​ດ່ຽວ ແລະ​ສະ​ໜັບ​ສະ​ໜູນ​ຈີນ​ໃນ​ການ​ນຳ​ໃຊ້​ມາດ​ຕະ​ການ​ເພື່ອ​ຕ້ານ​ການກໍ່​ການ​ຮ້າຍ​ແລະ​ລັດ​ທິ​ຫົວ​ຮຸນ​ແຮງ.

    ທ່ານ ເຊີງ​ເຊຢວນ ກ່າວ​ວ່າ: ຈີນ​ຍ້ອງ​ຍໍ​ຊົມ​ເຊີຍ​ສີ​ລັງ​ກາ​ທີ່​ຍຶດ​ໝັ້ນ​ຈຸດ​ຢືນ​ຕາມ​ສະ​ພາບ​ຄວາມ​ເປັນ​ຈິງ​ແລະ​ເປັນ​ທຳ​ໃນ​ບັນ​ຫາ​ຊິ່ນ​ຈ່ຽງ.

    ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ວ່າ: ສອງ​ປະ​ເທດ​ລ້ວນ​ແຕ່​ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ພາຍ​ນອກ​ທີ່​ແຊກ​ແຊງ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ດ້ວຍ​ຂໍ້​ອ້າງ​ປະ​ຊາ​ທິ​ປະ​ໄຕ​ແລະ​ເສ​ລີ​ພາບ, ຫວັງ​ວ່າ ສອງ​ຝ່າຍ​ຈະ​ສືບ​ຕໍ່​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັນ​ໃນ​ເວ​ທີ​ສາ​ກົນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ຕົ້ນ​ຕໍ​ຂອງ​ຕົນ ແລະ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ.

ຄຳ​ເຫັນ

0