李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດການ​ແຂ່ງ​ຂັ​ນ​ສີ​ມື​​ແຮງ​ງານໂລກ​ຄັ້ງ​ທີ 45 ​ຢູ່​ຣັດ​ເຊຍ

2019-08-23 10:46:07 cri

    ການ​ແຂ່ງ​ຂັນ​ສີ​ມື​​ແຮງ​ງານໂລກ​ຄັ້ງ​ທີ 45 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຄາ​ຊັນ​ປະ​ເທດ​ຣັດ​ເຊຍ​ໃນ​ວັນ​ທີ 22 ສິງ​ຫານີ້ ແລະ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 27 ເດືອນ​ດຽວ​ກັນ ໂດຍ​ມີ​​ຜູ້​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ 1.355 ຄົນ​ຈາກ 69 ປະ​ເທດ​ໃນ 56 ລາຍ​ການ​ໃນ 6 ຂົງ​ເຂດ​ໃຫຍ່​ຄື: ການ​ຂົນ​ສົ່ງ​ກັບ​ການ​ຈໍ​ລະ​ຈອ​ນ​ສິນ​ຄ້າ, ໂຄງ​ປະ​ກອບ​ກັບ​ເຕັກ​ນິກກໍ່​ສ້າງ, ການ​ຜະ​ລິດ​ກັບ​ເຕັກ​ນິກດ້ານວິ​ສະ​ວະ​ກຳ, ສິ​ລະ​ປະ​ການ​ປະ​ດິດ​ສ້າງ​ກັບ​​ແຟ​ຊັນ, ຂໍ້​ມູນ​ຂ່າວ​ສານ​ກັບ​ເຕັກ​ນິກ​ສື່​ສານ ແລະ ການ​ບໍ​ລິ​ການ​​ສັງ​ຄົມ​ແລະ​ສ່ວນ​ບຸກ​ຄົນ. ຈີນ​ໄດ້​ສົ່ງ​ຄະ​ນະແຮງ​ງານ​ຂອງ​ຕົນ​ເຂົ້າ​ຮ່ວມ​ແຂ່ງ​ຂັນ 63 ຄົນ​ໃນ 56 ລາຍການ​ຂອງ​ການ​ແຂ່ງ​ຂັນ​ທັງ​ໝົດ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​​ທີ່​ຈີນ​ເຂົ້າ​ຮ່ວມໝົດທຸກ​ລາຍ​ການ​.

    ການ​ແຂ່ງ​ຂັນ​ສີ​ມື​​ແຮງ​ງານໂລກ ​ຈ​ະ​ຈັດ​ຂຶ້ນ 2 ປີ​ເທື່ອ​ໜຶ່ງ, ຖືກ​ຂະ​ໜານ​ນາມ​ວ່າ​ເປັນ “ງານ​ໂອ​ລິມ​ປິກ​ດ້ານ​ສີ​ມື​​ແຮ​ງ​ງານ​ໂລກ”, ລະ​ດັບ​ໃນການ​ແຂ່ງ​ຂັນ ເປັນ​ລະ​ດັບ​​ທີ່​ມີ​ຄວາມກ້າວ​ໜ້າ​​ສຸດຂອງ​ໂລກ​ໃນ​ດ້ານ​ການ​ພັດ​ທະ​ນາ​ສີ​ມື​​ແຮງ​ງານ​ໃນ​ປັດ​ຈຸ​ບັນ.

ຄຳ​ເຫັນ

0