赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີກະຊວງ ຖວທ ພ້ອມຄະນະ ຢ້ຽມຢາມຜູ້​ບາດເຈັບ ຈາກອຸບັດຕິເຫດ ລົດນັກທ່ອງທ່ຽວຈີນ ຕົກເຫວຢູ່ເສັ້ນທາງສູ່ແຂວງຫຼວງພະບາງ

2019-08-23 11:45:13 CRI

  图片默认标题_fororder_111
 ຕາມຂ່າວCRI: ໃນວັນທີ 21 ສິງຫານີ້, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,​ ວັດທະນະທໍາ ແລະທ່ອງທ່ຽວ ພ້ອມດ້ວຍຄະນະ ແລະພະນັກງານ ໄດ້​ໄປຢ້ຽມຢາ​ຜູ້​ໄດ້​ຮັ້ບ​ບາດ​ເຈັບຈາກອຸບັດຕິເຫດລົດບັດນັກທ່ອງທ່ຽວຈີນ ຕົກເຫວຢູ່ເສັ້ນທາງ ກາສີ-ເມືອງນານ ນະ​ຄອນຫຼວງພະບາງ (ໃນວັນທີ 19 ສິງຫາ 2019) ທີ່ພວມປິ່ນປົວຢູ່ໂຮງໝໍ  103 ນະຄອນຫຼວງວຽງຈັນ. ເພື່ອຢື້​ຢາມ​ຖາມ​ຂ່າວ ທັງເປັນກໍາລັງໃຈໃຫ້ຜູ້ທີ່ໄດ້ຮັບບາດເຈັບ ແລະຄອບຄົວຂອງຜູ່ກ່ຽວ. ທ່ານ ນາງ ສຸດທິດາ ຫົວໜ້າວິທະຍາສາກົນແຫ່ງປະເທດຈີນ CRI ກໍໄດ້ເດີນທາງຕິດຕາມໄປນໍາ.

 ໃນໂອກາດນີ້, ທ່ານ ພັນເອກ ຈັນທະພອນ ອຸດົມສຸກ ຮອງອໍານວຍການໂຮງໝໍ 103 ກໍໄດ້ລາຍງານ ໃນເບື້ອງຕົ້ນ​ວ່າ (ວັນທີ 20 ສິງຫາ 2019 ) ໄດ້ມີຄົນເຈັບທັງໝົດ 22 ຄົນ ທີ່ເຂົ້າມາປິ່ນປົວ ແລະຮັກສາຢູ່ໂຮງໝໍແຫ່ງນີ້. ແຕ່ມາຮອດວັນທີ 21 ສິງຫາ 2019 ຍັງມີຄົນເຈັບທີ່ກໍາລັງປິ່ນປົວຢູ່ 20 ຄົນ, ສ່ວນ 2 ຄົນແມ່ນອາການບໍ່ຮ້າຍແຮງ.

 ສໍາລັບຄົນເຈັບ 20 ຄົນ​ນັ້ນ, ໄດ້ປິ່ນປົວຢູ່ພະແນກກະທົບກະດູກມີ 12 ຄົນ, ພະແນກໂຜ້ງເອິກ 5 ຄົນ, ພະແນກໂຜ້ງທ້ອງ  2 ຄົນ ແລະພະແນກໄອຊີຢູ 1 ຄົນ.   

ທ່ານ ບຸນມາ ເພັດສາວົງ, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ​ກະ​ຊວງ ຖວທ ໃຫ້ສໍາພາດຕໍ່ CRI ວ່າ, ສໍາລັບເສັ້ນທາງລະຫວ່າງ ກາສີ-ເມືອງນານ ​ສູ່​ນະ​ຄອນຫຼວງພະບາງ  ຜ່ານມາໄດ້ມີການ ແຈ້ງເຕືອນຫ້າມ ບໍ່ໃຫ້ລົດບັນທຸກໜັກ,  ລົດເມ, ລົດນັກທ່ອງທ່ຽວ ແລະລົດຂົນສົ່ງສິນຄ້າ ທາງເສັ້ນ​ທາງນີ້ເດັດຂາດ ໂດຍສະເພາະແມ່ນໄລຍະລະດູຝົນ ​ເພາະເສັ້ນທາງບາງບ່ອນເປ່ເພ, ເສັ້ນທາງຄ້ອຍຊັນ ແລະອາດຈະບໍ່ຮັບປະ ກັນຄວາມປອດໄພໃນການເດີນທາງດັ່ງກ່າວ.

图片默认标题_fororder_222
(ລັດຖະມົນຕີກະຊວງ ຖວທ ພ້ອມຄະນະ ຢ້ຽມຢາມຜູ້​ບາດເຈັບ ຈາກອຸບັດຕິເຫດ ລົດນັກທ່ອງທ່ຽວຈີນ ຕົກເຫວຢູ່ເສັ້ນທາງສູ່ແຂວງຫຼວງພະບາງ)

ຄຳ​ເຫັນ

0