覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ປະ​ດັບ​ຫຼຽນ​ລະ​ນຶກ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສ​ປ​ຈີນ​ຄົບ​ຮອບ 70 ປີ​ໃຫ້​ບຸກ​ຄົນ​ສຳ​ຄັນ

2019-08-29 16:22:06 cri

CRI ລາຍ​ງານ​ວ່າ: ໃນ​ອີກ​ບໍ່​ດົນ​ຂ້າງ​ໜ້າ​ນີ້, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ລັດ​ຖະ​ບານ​ຈີນ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ຈະ​ປະ​ດັບຫຼຽນ​ລະ​ນຶກ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສ​ປ​ຈີນ​ຄົບ​ຮອບ 70 ປີ​ໃຫ້​ບຸກ​ຄົນ​ສຳ​ຄັນ ເຊິ່ງ​ເປັນ​​ພາກ​ສ່ວນສຳ​ຄັນ​ຂອງ​ກິດ​ຈະ​ກຳ​ຕ່າງໆ​ເພື່ອ​ສະ​ເຫຼີມ​ສະຫຼອງວັນ​​ສຳ​ຄັນ​ດັ່ງ​ກ່າວ.
 

  ຈີນ​ຈະ​ປະ​ດັບຫຼຽນ​ລະ​ນຶກ​​ໃຫ້​ບຸກ​ຄົນຕາມ​ເງື່ອນ​ໄຂ​ກຳ​ນົດ​ດັ່ງ​ນີ້: ນັກ​ຮົບ​ອາ​ວຸ​ໂສ,ສະ​ຫ​າຍ​ອາ​ວຸ​ໂສ​ທີ່​ຍັງ​ມີ​ຊີ​ວິດ​ຢູ່ ທີ່​ເຄີຍ​ໄດ້​ເຂົ້າ​ຮ່ວມ​​ການ​ປະ​ຕິ​ວັດ​ກ່ອນ​ສະ​ຖາ​ປະ​ນາ​​ສ​ປ​ຈີນ; ບຸກ​ຄົນ​ທີ່​ໄດ້​ຮັບ​ໃບ​ຍ້ອງ​ຍໍ​ລະ​ດັບ​ຊາດຫຼື​ລະ​ດັບ​ສູງກວ່າ​ນັ້ນ​ຫຼັງ​ຈາກສະ​ຖາ​ປະ​ນາ ​ສ​ປ ຈີນ​​ ແລະ​ດຽວ​ນີ້​ຍັງ​ມີ​ຊີ​ວິດ​ຢູ່; ທະ​ຫານ(ລວມ​ທັງນັກ​ຮົບ​ເກົ່າ)​ທີ່ຍັງ​ມີ​ຊີ​ວິດ​ຢູ່​ທີ່​ໄດ້​ຮັບຫຼຽນໄຊ​ພິ​ລະ​ອາດ​ຫານ ຊັ້ນ1 ເນື່ອງ​ຈາກ​ໄດ້​ເຂົ້າ​ຮ່ວມ​ການ​ສູ້​ຮົບຫຼື​ໄດ້​ຮັບ​ການ​ຍ້ອງ​ຍໍ​ສູງກວ່າ​ນັ້ນຫຼັງ ​ສະ​ຖາ​ປະ​ນາ​ສ​ປ​ຈີນ​; ເພື່ອນ​ມິດ​ສາ​ກົນ​ທີ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ພົ້ນ​ເດັ່ນ​ໃນ​ການ​ສະ​ຖາ​ປະ​ນາ​ສ​ປ​ຈີນ. ​ຜູ້​ທີ່​​ເສຍ​ຊີ​ວິດຫຼັງ​ວັນ​ທີ 1 ມັງ​ກອນ 2019 ກໍຈະ​ຢູ່​ໃນ​ເປົ້​າ​ໝາຍ​ທີ່​​ຈະໄດ້​ຮັບ​ການ​ປະ​ດັບຫຼຽນ​ລະ​ນຶກ​ຄັ້ງ​ນີ້.

ຄຳ​ເຫັນ

0