覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ້ງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ອຸ​ສ​ເບ​ກີ​ສະ​ຖານ

2019-08-29 09:59:16 cri

图片默认标题_fororder_shflsfjlsflxihljfljsljfsfefse1
 

CRI ລາຍ​ງານ​ວ່າ: ວັນ​ທີ 28 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນ​ໄດ້​​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ອັບ​ດູນ​ລາ ອາ​ຣີ​ປົ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຸ​ສ​ເບ​ກີ​ສະ​ຖານ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ.


图片默认标题_fororder_shflsfjlsflxihljfljsljfsfefse2
 

​ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ສາຍ​ພົວ​ພັນ​ຈີນ-ອຸ​ສ​ເບ​ກີ​ສະ​ຖານ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​​ຂັ້ນຢ່າງ​ບໍ່​ຢຸດ​ຢັ້ງ, ການ​ເສີ​ມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ອຸ​ສ​ເບ​ກີ​ສະ​ຖານ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຊົນ​ສອງ​ຊາດ, ຂໍ​ພຽງ​ແຕ່​ຮັກ​ສາ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ໄປ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ, ເປົ້າ​ໝາຍ​ການ​ຮ່ວມ​ມື​ທຸກ​ຢ່າງ​ທີ່​ສອງ​ຝ່າຍ​ກຳ​ນົດ​ໄວ້​ນັ້ນ​ຍ່ອມ​ຈະ​ສາ​ມາດບັນ​ລຸ​ຜົນ​ເປັນ​ຈິງ​ໄດ້​ແນ່ນອນ.  ​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ. ຈີນ​ຍິນ​ດີ​ເພີ່ມ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຈາກ​ອຸ​ສ​ເບ​ກີ​ສະ​ຖານ ແລະ​ຍິນ​ດີ​ຕ້ອນ​ຮັບ​ອຸ​ສ​ເບ​ກີ​ສະ​ຖານ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ໃນ​ຖາ​ນະ​ເປັນ​ປະ​ເທດ​ກິ​​ດຕິ​ມະ​ສັກ.
 

 ທ່ານ​ອາ​ຣິ​ປົ​ຟ ກ່າວ​ວ່າ: ຈີນ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ຄູ່​ຮ່ວມ​ມື​ທີ່​ສະ​ໜິດ​ສະ​ໜົມ​ແລະ​ເຊື່ອໃຈ​​ໄດ້ທີ່​ສຸດ​ຂອງ​ອຸ​ສ​ເບ​ກີ​ສະ​ຖານ. ອຸ​ສ​ເບ​ກີ​ສະ​ຖານ​ຈະ​ຮ່ວມ​ກັບ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ ເຊິ່ງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ຕົກ​ລົງ​ຮ່ວມ​ກັນ​ນັ້ນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ອຸ​ສ​ເບ​ກີ​ສະ​ຖານ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຈີນ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​, ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຊາດ, ຍິນ​ດີ​ຕັ້ງ​ໜ້າ​ປະ​ສານ​ສົມ​ທົບ​ກັບ​ຈີນ​ໃນ​ການ​ປາບ​ປາມ ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ຊາດ, ອິດ​ທິ​ກຳ​ລັງ​ຫົວ​ຮຸນ​ແຮງດ້ານ​ສາ​ສະ​ໜາແລະອິດ​ທິ​ກຳ​ລັງ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ.

 

 

 

ຄຳ​ເຫັນ

0