徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ເນ​ຊູ​ເອ​ລາ​ກ່າວ​ປະ​ນາມ​ຢ່າງຮຸນ​ແຮງຕໍ່​ເຫດ​ການ​ໃຊ້ກຳ​ລັງ​ຮຸນ​ແຮງ​ຂອງ​ເຂດ​ຮົງ​ກົງ ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ

2019-09-08 16:13:01 cri

ຕາມ​ຂ່າວCRI:ກະ​ຊວງ​ການ​ຕ່າງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ​ໄດ້​ອອ​ກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 7 ກັນ​ຍາ​ນີ້, ​ໂດຍ​ໄດ້ກ່າ​ວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ການ​ປະ​ທ້ວງ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໃນ​ຫຼາຍ​ອາ​ທິດ​ຜ່ານ​ມາ​ນີ້, ແລະ​ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ.

 

ຖະ​ແຫຼງ​ການ​ລະ​ບຸວ່າ, ເຫ​ດ​ການ​​ໃຊ້ກຳ​ລັງ​ຮຸນ​ແຮງ​ທີ່​​ເກີດ​ຂຶ້ນ​ຢູ່​ເຂດ​ຮົງ​ກົງ​ແມ່ນ “​ອິດ​ທິ​ກຳ​ລັງ​ຕ່າງ​ປະ​ເທດເປັນ​ຜູ້​ຊຸກ​ຍູ້, ມີ​ຈຸດ​ປະ​ສົງ​​ທຳ​ລາຍ​ລະ​ບຽບ​ການ​​ກົດ​ໝາຍ​, ຄວາມ​ໝັ້ນ​ຄົງ​ສາ​ທາ​ລະ​ນະ​ແລະຜືນ​ແຜ່ນ​ດິນອັນ​ຄົບ​ຖ້ວນ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ”. ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມຂອງລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍແລະ​ສັນ​ຕິ​ພາບ​ຂອງ​ເຂດ​ຮົງ​ກົງ.

ຄຳ​ເຫັນ

0