莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ອັຟ​ກາ​ນີ​ສະ​ຖານ​ຮຽກ​ຮ້ອງ​ໃຫ້​ຕາ​ລີ​ບັນ​ຢຸດ​ຍິງ​ແລະ​ສົນ​ທະ​ນາ​ໂດຍ​ກົງ​ກັບ​ລັດ​ຖະ​ບານ​ຕົນ

2019-09-09 11:12:32 cri

ວັນ​ທີ 8 ກັນ​ຍານີ້, ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​​ອັຟ​ກາ​ນີ​ສະ​ຖານ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ມີ​ແຕ່​ຕາ​ລີ​ບັນ​ຮັບ​ເອົາ​​ຂໍ້​ສະ​ເໜີ​ຢຸດ​ຍິງ​ແລະ​ສົນ​ທະ​ນາ​ກັບ​ລັດ​ຖະ​ບານ​​ອັ​ຟ​ກາ​ນີ​ສະ​ຖານໂດຍ​ກົງ​ເທົ່າ​ນັ້ນ, ສັນ​ຕິ​ພາບ​ຈິ່ງ​ຈະ​ບັນ​ລຸ​​ຜົນເປັນ​ຈິງ​ໄດ້.

ຖະ​ແຫຼງ​ການ​​ໄດ້ລະ​ບຸ​ວ່າ:“​ອຸ​ປະ​ສັກ​ໃນ​ການ​ບັນ​ລຸ​ສັນ​ຕິ​ພາບ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ​ແມ່ນ​ຍ້ອນ​ຕາ​ລີ​ບັນກໍ່​ສົງ​ຄາມ​ແລະ​​ເຄື່ອນ​ໄຫວ​ຮຸນ​ແຮງ​ຢ່າງບໍ່​ຢຸດຢັ້ງ. ເວັ້ນ​ເສຍ​ແຕ່​ຕາ​ລີ​ບັນ​ຢຸດ​ຕິ​ການ​ຂ້າ​ຟັນ​ລັນ​ແທນ, ຮັບ​ເອົາ​​ຂໍ້​ສະ​ເໜີ​ຢຸດ​ຍິງ, ແລະ​ເລີ່ມ​ສົນ​ທະ​ນາ​ໂດຍ​ກົງ​ກັບ​ລັດ​ຖະ​ບານ​​ອັ​ຟ​ກາ​ນີ​ສະ​ຖານ, ຖ້າບໍ່​ດັ່ງ​ນັ້ນ, ອັ​ຟ​ກາ​ນີ​ສະ​ຖານ​ຈະບໍ່​ສາ​ມາດ​ບັນ​ລຸ​ສັນ​ຕິ​ພາບ​ຢ່າງ​ແທ້​ຈິງ​ໄດ້.”

ລັດ​ຖະ​ບານ​​ອັ​ຟ​ກາ​ນີ​ສະ​ຖານ​ກ່າວ​ຕື່ມ​ວ່າ, ຖ້າບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​​ອັ​ຟ​ກາ​ນີ​ສະ​ຖານ, ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃດໆ​ກໍ່​ບໍ່​ສາ​ມາດ​ບັນ​ລຸ​ຜົນ​ໄດ້​ຕາມ​ຄາດ​ໝາຍ. ກ່ອນ​ໜ້ານີ້, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ຈັດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບຫຼາຍ​ເທື່ອ​ກັບ​ຕາ​ລີ​ບັນ​ແລ້ວ, ສອງ​ຝ່າຍ​ໄດ້​ຕົກ​ລົງ​​ສັນ​ຍາ​ສະ​ບັບ​ຮ່າງ. ຕາ​ລີ​ບັນ​ເຫັນ​ວ່າ​ລັດ​ຖະ​ບານ​​ອັ​ຟ​ກາ​ນີ​ສະ​ຖານ​ແມ່ນ “ລັດ​ຖະ​ບານຫຸ່ນ​” ຂອງ​ອາ​ເມ​ຣິ​ກາ, ສະ​ນັ້ນ​ຈຶ່ງປະ​ຕິ​ເສດ​ການ​ສົນ​ທະ​ນາ​ໂດຍ​ກົງ​ກັ​ບ​ລັດ​ຖະ​ບານ. ​ກ່ອນ​ນີ້ບໍ່​ດົນ, ກ່ອນ​ເວ​ລາທີ່​ທຳ​ນຽບ​ປ​ະ​ທາ​ນາ​ທິ​ບໍ​ດີ​​ອັ​ຟ​ກາ​ນີ​ສະ​ຖານ​ອອກ​ຖະ​ແຫຼງ​ການ, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າ​​ໄດ້ຍົກ​ເລີກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ຕາ​ລີ​ບັນ.

ຄຳ​ເຫັນ

0