蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ຫວັງ​ໃຫ້​ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້​ານ​ການ​ຄ້າ​ລະ​ຫວ່າງ​ຈີນແລະ​ອາ​ຊຽນ​ຕື່​ມ​ອີກ

2019-09-09 16:35:53 CRI

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ​ຄັ້ງ​ທີ 16 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດ​ປົກ​ຄອ​ງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ແຕ່​ວັນ​ທີ 21 ຫາ 24 ກັນ​ຍາ​ນີ້ ​ເຊິ່ງອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂອງ​ງານ​ຄັ້ງ​ນີ້. ກ່ອນ​ໄຂ​ງານ​ວາງ​ສະ​ແດງ, ທ່ານ​ໂທ​ມາ​ສ ຕ​ຣິ​ກາ​ຊີ ເລມ​​ບອງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ການ​ລົງ​ທຶນ​ອິນ​ໂດ​ເນ​ຊຍ​​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ, ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ເປັນ​ເວ​ທີ​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ສຳ​ຄັນ​ທີ່​ສຸດ ແລະ ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫ່​ວາງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ຢ່າງ​ແຂງ​ແຮງ.

ທ່ານ​ໂທ​ມາ​ສ​ກ່າ​ວ່າ, ໃນ​ງານ​ວາງ​ສະ​ແດງ​ຂະ​ໜາດ​ໃຫຍ່​ຄັ້ງ​ນີ້, ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ຈະ​ສາ​ມາດ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ ແລະ ການ​ບໍ​ລິ​ການ​ທີ່​ມີ​ທ່າ​ແຮງ​ຂອງ​ຕົນ, ຂະ​ນະ​ດຽວ​ກັນ, ເຂົາ​ເຈົ້າ​ຍັງ​​ຈະສາ​ມາດ​ຮັບ​ຮູ້​​ກ່ຽວ​ກັບສະ​ພາບ​ການ​ພັດ​ທະ​ນາ​ຂອງ​ອຸດ​ສາ​ຫະ​ກຳ ແລະ ການ​ບໍ​ລິ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ, ​ສາ​ມາດຖອນ​ຖອນ​ບົດ​ຮຽນ ແລະ ຮຽນ​ຮູ້​ເຕັກ​ນິກ​ທີ່​ທັນ​ສະ​ໄໝ​ນຳ​ຈີນ. ພາຍ​ໃຕ້​ສະ​ພາບ​ການທີ່​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ພວມ​ປະ​ກົດ​ຂຶ້ນ ແລະ ການ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍຕ່າງໆ​ນາ​ນາ​ຢ່າງ​ຂ້ຽວ​ຂາດ, ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ມີ​ຄວາມ​ຈຳ​ເປັນຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ ພ້ອມ​ທັງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃນຫຼາຍ​ຂົງ​ເຂດກັບ​ຈີນ.

ຄຳ​ເຫັນ

0