黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ປາ​ກີ​ສະຖານ​ຢືນຢັນ​ຈະ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ

2019-09-09 15:16:34 CRI

ທ່ານ​ອາ​ຣິຟ ອານ​ວີ ປະທານາທິບໍດີ​ປາ​ກີສະຖານ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃນ​ວັນ​ທີ 8 ກັນຍາ​ນີ້​ຢູ່​ທຳນຽບປະທານາທິບໍດີ​ ຢູ່​ນະຄອນຫຼວງອິສລາມາ​ບັດ.

ທ່ານ​ອາຣິຟ ອານ​ວີ ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວອັນ​ສະໜິດສະໜົມ​ເຖິງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ໂດຍ​ຜ່ານ​ທ່ານ​ຫວາງ​ຢີ້ ​ແລະ ກ່າວ​ວ່າ: ປາ​ກີ​ສະຖານສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຝ່າຍ​ຈີນ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ແລະຊ່ວຍ​ເຫຼືອທີ່​ບໍ່​ຮຽກ​ຄ່າ​ຕອບ​ແທນແກ່ປະກີ​ສະຖານ​ໃນ​ດ້ານ​ຕ່າງໆ​ເປັນ​ເວລາ​ດົນ​ນານມາ​ແລ້ວ. ປາ​ກີ​ສະຖານ​ຂໍອວຍພອນ​ໃຫ້​ຈີນ​ຈົ່ງ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດຢັ້ງໃນ​ການ​ສ້າງສາ​ແລະ​ພັດທະນາ​ປະ​ເທດ​ຕົນ, ບໍ່​ວ່າ​ກົນອຸບາຍ​ໃດໆ​ທີ່​ມີ​ເຈຕະນາ​ໂດດດ່ຽວ​ຈີນ ​ແລະ ສະກັດ​ກັ້ນການ​ພັດທະນາ​ຂອງ​ຈີນ ລ້ວນ​ແຕ່​ຈະ​ຖືກ​ປາ​ກີ​ສະຖານ​ຄັດຄ້ານ ​ແລະ ກໍ​ຈະ​ປະສົບ​ຄວາມຫຼົ້ມ​ເຫຼວຢ່າງ​ແນ່ນອນ. ປາ​ກີ​ສະຖານ​ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ​ໃນດ້ານ​ການ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ.

ທ່ານ​ຫວາງ​ຢີ້ ​ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະໜິດສະໜົມຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ເຖິງ​ທ່ານ​ອາຣິຟ ອານ​ວີ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ປາ​ກີ​ສະຖານ​ທີ່​ຢືນ​ຄຽງ​ບ່າ​ຄຽງ​ໄຫຼ່ກັບ​ຈີນຢ່າງ​ເດັດດ່ຽວໜຽວ​ແໜ້ນໃນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດຕົ້ນຕໍ​ຂອງ​ຈີນ ​ເຊັ່ນ: ບັນຫາ​ໄຕ້​ຫວັນ, ບັນຫາ​ຮົງ​ກົງ, ບັນຫາ​ຊິ່ນ​ຈ່ຽງ ​ແລະບັນຫາ​ອື່ນໆ. ຂະນະ​ທີ່​ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ປາ​ກີ​ສະຖານ​ຢ່າງ​ເດັດດ່ຽວໜຽວ​ແໜ້ນ​ເຊັ່ນ​ກັນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​, ກຽດ​ສັກ​ສີ ​ແລະ ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງຊາດ ​ແລະ ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ​ແລະ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຕົນ.

ຄຳ​ເຫັນ

0