莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົມ​ພາ​ຍຸ​ໄຕ້​ຝຸ່ນ “ລິງ​ລິງ”ພັດ​ເຂົ້າ​ສ.ເກົາ​ຫຼີ, ເຮັດ​ໃຫ້ 3 ຄົນ​ເສຍ​ຊີ​ວິດ

2019-09-09 10:33:20 cri

ວັນ​ທີ 8 ກັນ​ຍານີ້, ພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ສ.ເກົາ​ຫຼີ​ຢືນ​ຢັນ​ວ່າ: ​ວັນ​ທີ 7 ​ກັນ​ຍາ​ຜ່ານ​ມາ, ລົມ​ພາ​ຍຸ​ໄຕ້​ຝຸ່ນ “ລິງ​ລິງ”​ໄດ້​ພັດ​ເຂົ້າຫຼາຍ​ເຂດ​ຂອງ​ສ.ເກົາຫຼີ, ເຮັດ​ໃຫ້ 3 ຄົນເສຍ​ຊີ​ວິດ, 20 ກວ່າ​ຄົນ​ບາດ​ເຈັບ, ຫຼາຍກວ່າ 160 ພັນຄອບ​ຄົວ​​​ຂາດໄຟ​ຟ້າ​​ໃຊ້​ໃນ​ໄລ​ຍະ​ໜຶ່ງ, ອົງ​ການ​ກ່ຽວ​ຂ້ອງ​ໄດ້​​ອອກ​ແຮງສ້ອມ​ແປງ​ແລະ​​ຟື້ນ​ຟູ​ຢ່າງ​ເຕັມ​ກຳ​ລັງໃນ​ວັນ​ທີ 8 ກັນ​ຍານີ້.

ສື່ມວນ​ຊົນ​ສ.ເກົາຫຼີ​ໄດ້​ອ້າງ​​ອີງຕາມ​ຂໍ້​ມູນ​ຈາກ​ອົງ​ການ​ຮັບ​ມື​ກັບ​ໄພ​ພິ​ບັດ​ຂອງ​ສູນ​ກາງ​ລາຍ​ງານ​ວ່າ: ນັບ​ມາ​ຮອດ​ເວ​ລາ 23 ໂມງ​ຂອງວັນ​ທີ 7 ກັນ​ຍານີ້, ລົມ​ແຮງ​ແລະ​ຝົນ​ຕົກ​ໜັກ​ຍ້ອນ​ລົມພາ​ຍຸ​ໄຕ້​ຝຸ່ນ​ໄດ້​ເຮັດ​ໃຫ້ຫຼາຍ​ເຂດຂອງ​ສ.ເກົາ​ຫຼີ​ໄດ້​ເກີດ​ອຸ​ບັດ​ຕິ​ເຫດຫຼາຍກວ່າ​ຮ້ອຍ​ຄັ້ງ, ເຊິ່ງ​ລວມ​ທັງ​ຕົ້ນ​ໄມ້​ຫັກ​​ລົ້ມ​ແລະ​ຝາ​ເຮືອນ​ເພ​ພັງ. ອົງ​ການ​ອຸ​ຕຸ​ນິ​ຍົມ​ສ.ເກົາຫຼີ​ຢືນ​ຢັນ​ວ່າ, ຈຸດ​ໃຈ​ກາງ​ໄຕ້​ຝຸ່ນ​ໄດ້​ເຄື່ອນ​ຍ້າຍ​ເຂົ້າ​ສູ່​ ສ​ປ​ປ.ເກົາຫຼີ​ໃນ​ຕອນ​ບ່າຍ​ວັນ​ທີ 7 ກັນ​ຍານີ້.

ຄຳ​ເຫັນ

0