蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາ​ຄາ​ຜູ້ບໍ​ລິ​ໂພກ​ຂອງ​ຈີນ​ໃນ​ເດືອນ​ສິງ​ຫາ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 2,8% ເມື່ອ​ທຽບ​ໃສ່​ເດືອນ​ສິງ​ຫາປີ​ຜ່ານ​ມາ

2019-09-10 16:29:28 CRI

ຂໍ້​ມູນ​ທີ່​ອົງ​ການ​ສິ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 10 ກັນ​ຍາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ເດືອນ​ສິງ​ຫາ​ປີ​ນີ້, ດັດ​ສະ​ນີ​ລາ​ຄາ​​ຜູ້ບໍ​ລິ​ໂພກ​ ຫຼື CPI ​ຂອງ​ຈີນໄດ້​ເພີ່ມ​ຂຶ້ນ 2,8% ເມື່ອ​ທຽບ​ໃສ່​ເດືອນ​ສິງ​ຫາ​ປີ​ຜ່ານ​ມາ ແລະ ມີ​ຈັງ​ຫວະ​ເພີ່ມ​ຂຶ້ນ​ເທົາ​ກັບ​ເດືອນ​ກໍ​ລະ​ກົດ​.

ລາ​ຄາຂອງ 8 ປະ​ເພດ​ສິນ​ຄ້າ​ແລະ​ບໍ​ລິ​ການ​ທີ່ນອນ​ຢູ່​ໃນ​ບັນ​ຊີ CPI ມີ 7 ປະ​ເພດ​ເພີ່ມ​ຂຶ້ນ ແລະ 1 ປະ​ເພດຫຼຸດ​ລົງ. ເດືອນ​ສິງ​ຫາ​ປີ​ນີ້, ລາ​ຄາ​ອາ​ຫານ, ຢາ​ສູບ ແລະ ເຫຼົ້າ​ໄດ້​ເພີ່ມ​ຂຶ້ນ 7,3% ເມື່ອ​ທຽບ​ໃສ່​ເດືອນ​ສິງ​ຫາ​ປີ​ຜ່ານ​ມາ ເຊິ່ງ​ເຮັດ​ໃຫ້ CPI ເພີ່ມ​ຂຶ້ນ​ປະ​ມານ 2,14%. ໃນ​ນັ້ນ, ລາ​ຄາ​ຊີ້ນ​ສັດ​ໄດ້​ເພີ່ມ​ຂຶ້ນ 30,9%, ລາ​ຄາ​ໝາກ​ໄມ້​ສົດ​ເພີ່ມ​ຂຶ້ນ 24%, ລາ​ຄາ​ຊີ້ນ​ສັດ​ປີກ​ເພີ່ມ​ຂຶ້ນ 9,6% ແລະ ລາ​ຄາ​ໄຂ່​ໄກ່​ເພີ່ມ​ຂຶ້ນ 3,8%. ນອກ​ນີ້, ລາ​ຄາ​ຜັກ​ສົດຫຼຸດ​ລົງ 0,8% ແລະ ຫຼຸດ​ລົງ​ເປັນ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ໄດ້​ເພີ່ມ​ຂຶ້ນ​ເປັນ 18 ເດືອນ​ລຽນ​ຕິດ.

ຄຳ​ເຫັນ

0