吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ແໜງການບິນ​ພົນລະ​ເຮືອນ​ຈີນ​ສາມາດ​ຮັກສາ​ຈັງຫວະ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ໃນ 8 ​ເດືອນ​ຂອງ​ປີ​ນີ້

2019-09-10 16:59:01 cri

ວັນ​ທີ 9 ກັນຍາ​ນີ້, ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ການບິນ​ພົນ​ລະ​ເຮືອນ​ຈີນ​ໄດ້​ເປີ​ດ​ເຜີຍ​ວ່າ: ​​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ສິງຫາ​ຜ່ານ​ມາ, ການ​ຂົນ​ສົ່ງ​ຂອງ​ຂະ​ແໜງການ​ກາ​ນບິນ​ພົນລະ​ເຮືອນ​ຈີນ​​ເພີ່ມ​ຂຶ້ນ 7,7% ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນຂອງ​ປີ 2018, ການ​ພັດທະນາ​ຂອງ​ຂະ​ແໜງ​​ການບິນ​ພົນລະ​ເຮືອນ​ຍັງ​ສາມາດຮັກສາ​ຈັງຫວະ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ.

​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ສິງ​ຫາ​ຜ່ານ​ມາ, ຂະ​ແໜງ​ການ​ການບິນພົນລະ​ເຮືອນ​ໄດ້ຂົນ​ສົ່ງ​ຜູ້​ໂດຍສານ 442 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 8,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2018, ​ແລະ​ຂົນ​ສົ່ງ​ສິນຄ້າ 4,758 ລ້ານ​ໂຕນ, ​ເຊິ່ງ​ເທົ່າ​ທຽ​ມກັບຈັງຫວະ​ການ​ເຕີບ​ໂຕ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ 2018. ຂະນະ​ດຽວ​ກັນ, ຈຳນວນ​ຖ້ຽວບິນ​ປະ​ເພດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 7,09% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງປີ 2018, ອັດຕາ​ການ​ຕົງຕໍ່​ເວລາ​ເພີ່ມ​ຂຶ້ນ 1,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2018.

ຄຳ​ເຫັນ

0