蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕ້ອງຮັບ​ປະ​ກັນໃຫ້​ລົດ​ຕູ້​​ຮັບ​ສົ່ງ​ນັກ​ຮຽນ​ມີເຕັກ​ນິກ ແລະ ນ້ຳ​ໃຈ​ຮັບ​ຜິດ​ຊອບ​​ໄປ​ຄຽງ​ຄູ່​ກັນ

2019-09-10 16:30:15 CRI

ເບື້ອງຫຼັງ​ຂ່າວ: ໃນ​ໄລ​ຍະ​ເປີດ​ສົກ​ຮຽນ​ໃໝ່, ລົດ​ຕູ້​​ຮັບ​ສົ່ງ​ນັກ​ຮຽນ​ແບບ​ອັດ​ສະ​ລິ​ຍະ​ໄດ້​ຖືກ​​ນຳ​ໃຊ້​ຢູ່ໂຮງ​ຮຽນຫຼາຍ​ແຫ່ງ​ຢູ່​ເມືອງ​ຊົງ​ຢ໋າງ​ແຂວງ​ຮູ​ເປີຍ ເຊິ່ງ​ລົດ​ຕູ້​ເຫຼົ່າ​ນີ້​ໄດ້​ຕິດ​ຕັ້ງ​ລະ​ບົບ​ສະ​ແກນ​ບັດ​ນັກ​ຮຽນ​ຍາມ​ຂຶ້ນ​ລົງ​ລົດ ແລະ ລະ​ບົບ​ກວດ​ຊີບ​ພະ​ຈອນແສງອິນ​ຟ​ຣາ​ເຣດ. ຖ້າ​ມີ​ນັກ​ຮຽນ​​ຍັງ​ບໍ່​ທັນ​ໄດ້​ລົງ​ລົດ​ໝົດ, ລະ​ບົບ​ດັ່ງ​ກ່າວ​ຈະ​ເຕືອນ​ໄພ​ຢ່າງ​ອັດ​ຕະ​ໂນ​ມັດ ແລະ ຖ່າຍ​ຮູບ​ສົ່ງ​ໄປ​​ໃຫ້​ສູນ​ຕິດ​ຕາມ​ຄວບ​ຄຸມ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ນັກ​ຮຽນ. ນອກ​ນີ້, ລະ​ບົບ​ຕິດ​ຕາມ​ຄວບ​ຄຸມ​ລົດ ແລະ ລະ​ບົບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຜູ້​ຂັບ​ລົດ ກໍ​ຈະ​ບັນ​ທຶກ​ສະ​ພາບ​ການ​ຂັບ​ລົດ, ຄວາມ​ໄວ​ລົດ ແລະ ຈຳ​ນວນ​ຜູ້​ໂດຍ​ສານ​ໃນ​ລົດ​ເປັນ​ໄປ​ຕາມມາດ​ຖານ​ທີ່​ກຳ​ນົດຫຼື​ບໍ່ ແລ້ວ​ຈະ​ສົ່ງ​ໄປ​ສູນ​ຕິດ​ຕາມ​ຄວບ​ຄຸມ​ເຊັ່ນ​ກັນ.

ການ​ວິ​ເຄາະ​ຂອງ CRI: ໃນ​ມື້​ແດດ​ກ້າ, ໂສກ​ນາດ​ຕະ​ກຳ​ທີ່​ເດັກ​ນ້ອຍ​ຖືກ​ລ໊ອກ​ໄວ້​ໃນ​ລົດ ແລະ ​ເສຍ​ຊີ​ວິດ​ຍ້ອນ​ອຸນ​ຫະ​ພູມ​ສູງ​ ແລະ ຂາດ​ນ້ຳ ໄດ້​ເກີດ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ​ເປັນ​ບາງ​ຄັ້ງ​ຄາວ. ນອກ​ຈາກ​ນີ້, ຍັງ​ມີ​ບາງ​ກໍ​ລະ​ນີ​ທີ່​ລົດ​ຕູ້​ຮັບ​ສົ່ງ​ນັກ​ຮຽນແລ່ນ​ໄວ​ເກີນ​ໄປ ຫຼື ຜູ້​ຂັບ​ລົດ​ຂັບ​ລົດ​ດົນ​ເກີນ​ໄປ ແລ້ວ​ເຮັດ​ໃຫ້​ເກີດ​ອຸ​ບັດ​ເຫດ ​ເຄີຍ​ເກີດ​ຂຶ້ນ​ຢູ່​ບໍ່​ໜ້ອຍ. ​ເມື່ອ​ຜ່ານ​ຈາກ​ການ​ຕິ​ດ​ຕັ້ງ​ລະ​ບົບ​ຄວາມ​ປອດ​ໄພ​ແບບ​ອັດ​ສະ​ລິ​ຍະ​ຢູ່​ຕາມ​ລົດ​ຕູ້​​ຮັບ​ສົ່ງ​ນັກ​ຮຽນ, ຈະ​ສາ​ມາດຫຼຸດ​ໂສກ​ນາດ​ຕະ​ກຳ​​ໃນ​ລັກ​ສະ​ນະ​ນີ້​ໃຫ້​ໜ້ອຍ​ລົງ​ຈາກ​ແງ່​ມູມ​ດ້ານເຕັກ​ນິກ. ນອກ​ນີ້, ສິ່ງ​ສຳ​ຄັນ​ກວ່າ​ນີ້​ກໍ​ຄື: ເຈົ້າ​ໜ້າ​ທີ່​ໂຮງ​ຮຽນ​ຕ້ອງ​ມີ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຢ່າງ​ສູງ, ຈິ່ງ​ຈະ​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ລົດ​ຕູ້​ຮັບ​ສົ່ງ​ນັກ​ຮຽນ ແລະ ເປັນ​ສິ່ງ​ຄ້ຳ​ປະ​ກັນ​​ຕໍ່​ຊີ​ວິດ​ຂອງ​ນັກ​ຮຽນ​ທັງຫຼາ​ຍ.

ຄຳ​ເຫັນ

0