黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂ້າ​ຫຼວງ​ໃຫຍ່ ສ​ປຊ ດ້ານ​ສິດ​ທິ​ມະ​ນຸດ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ເຫດ​ການ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ​ຢູ່​ຮົງ​ກົງ​

2019-09-10 15:40:18 cri

ຕາມ​ຂ່າວ CRI: ໃນ​ກອງ​ປະ​ຊຸມ​ສະ​ພາ​ສິ​ດ​ທິ​ມະ​ນຸດ​ຄັ້ງ​ທີ 42 ທີ່​ຈັດ​ຂຶ້ນ​ຢູ່ອາ​ຄານ​ນາ​ນາ​ຄາດ​ທີ່​ເຊີ​ແນວ​ແຫ່ງ​ຄະ​ວິ​ສໃນວັນ​ທີ 9 ກັນ​ຍາ​ນີ້, ທ່ານນາງ​ມິກ​ເຊວ ບາ​ເຊວ​ເລດ, ​ຂ້າ​ຫຼວງ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​​ດ້ານ​ສິດ​ທິ​ມະ​ນຸດກ່າວ​ວ່າ​, ຕົນ​ຮູ້​ສຶກ​ເປັນ​ຫ່ວງ​ຕໍ່​ເຫດ​ການ​​ປະ​ທ້ວງ​ຢູ່​ຮົງ​ກົງທີ່​ນັບ​ມື້​ນັບ​​ຮ້າຍ​ແຮງ​ຂຶ້ນ, ແລະ​ຮຽກ​ຮ້ອງ​ໃຫ້​ຜູ້​ປະ​ທ້ວງ​ຈົ່ງ​​ເດີນຂະ​ບວນ​​ປະ​ທ້ວງ​ຢ່າງ​ສັນ​ຕິ​ແລະ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ.

ທ່ານ​ນາງບາ​ເຊວເລດ ໄດ້​ຊຸກ​ຍູ້​ໃຫ້ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຈົ່ງ​ສືບ​ຕໍ່​ສຸມ​ກຳ​ລັງ​​ຂອງ​ຕົນເພື່ອ​ສົ​ນ​ທະ​ນາ​ກັບ​ປະ​ຊາ​ຊົນ​ຮົງ​ກົງ, ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຮົງ​ກົງ​​ສ້າງ​ກຳ​ໂອ​ກາດ​​ເພື່ອສົນ​ທະ​ນາ​ກັບ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໂດຍ​ສັນ​ຕິ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ.

ຄຳ​ເຫັນ

0