吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຊາຣາວັກ​ຂອງ​ມາ​ເລ​ເຊຍ​ມີ​ໝອກ​ຄວັນ​ມົນ​ລະ​ພິດ​ຢ່າງ​ໜັກໜ່ວງ

2019-09-10 16:59:56 cri

ວັນ​ທີ 9 ກັນຍາ​ນີ້, ຢູ່​ຫຼາຍ​ແຫ່ງ​ຂອງ​ລັດ​ຊາຣາວັກ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ມາ​ເລ​ເຊຍ​ເກີດ​ມີ​ໝອກ​ຄວັນ​ມົນ​ລະ​ພິດ​ຢ່າງ​ໜັກໜ່ວງ, ພາກສ່ວນ​ສຶກສາ​ທິການ​ຫ້ອງ​ຖິ່ນ​ໄດ້​ແຈ້ງ​ເຕືອນ​ວ່າ: ບັນດາ​ໂຮງຮຽນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໝອກ​ຄວັນ​ມົນ​ລະ​ພິດ​ຕ້ອງ​ຢຸດຕິ​ການ​ຮຽນ​ການ​ສອນ​ຕາມ​ຄວາມ​ເມາະ​ສົມ. ປັດຈຸບັນ​ນີ້, ​ໂຮງຮຽນ​ປະຖົມ​ພາສາ​ຈີນ​ຫຼາຍ​ແຫ່ງ​ຢູ່​ນະຄອນ​ກູ​ຈີ​ງລັດ​ຊາຣາວັກ​ໄດ້​ປະກາດ​ຈະ​ຢຸດຕິ​ການ​ຮຽນ​ການ​ສອນ​ນັບ​ແຕ່​ວັນ​ທີ 10 ກັນຍາ​ນີ້​ເປັນ​ຕົ້ນ​ໄປ. ​ໃນ​ມື້​ດຽວ​ກັນ, ດັດຊະນີ​ມົນ​ລະ​ພິດ​ທາງ​ອາກາດ​ຢູ່​ນະຄອນ​ກູ​ຈີ​ງ​ເທດສະບານ​ລັດ​ຊາຣາວັກ​ວັດ​ແທກ​ໄດ້​ສູງ​ກວ່າ 245 ​ເຊິ່ງຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຢ່າງ​ຮ້າຍ​​ແຮງ. ຮອດ​​ເວລາ 20 ​ໂມງ​ມື້​ດຽວ​ກັນ, ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກ​ເວັບ​ໄຊ​ທາງ​ການ​ຂອງ​ອົງການ​ສິ່ງ​ແວດ​ລ້ອມ​ມາ​ເລ​ເຊຍ​​ແຈ້ງ​ເຕືອນ​ວ່າ: ດັດຊະນີຂອງ​ມົນ​ລະ​ພິດ​ທາງ​ອາກາດ​ຂອງ​ນະຄອນ​ກູ​ຈີ​ງວັດ​ແທກ​ໄດ້ 232, ນອກຈາກ​ນີ້ ດັດຊະນີ​ມົນ​ລະ​ພິດ​ທາງ​ອາກາດ​ຂອງ​ເມືອງ​ສິຣີອະ​ມັນ​ລັດ​ຊາຣາວັກ​ຍັງ​ວັດ​ແທກ​ໄດ້ 229 ​ເຊັ່ນ​ດຽວ​ກັນ.

ນອກຈາກ​ລັດ​ຊາ​ຣາວັກ​ແລ້ວ, ດັດຊະນີ​ມົນ​ລະ​ພິດ​ຈາກ​ໝອກ​ຄວັນ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ມາ​ເລ​ເຊຍ​ມີຄ່າ​ກາຍ 100 ຖື​ວ່າ​ຢູ່​ໃນ​ລະດັບ​ທີ່​ບໍ່​ເປັນ​ຜົນ​ດີ​ຕໍ່​ສຸຂະພາບ​ໃນ​ວັນ​ທີ 9 ກັນຍາ​ຜ່ານ​ມາ. ລັດຖະບານ​ມາ​ເລ​ເຊຍ​ຊີ້​ໃຫ້​ເຫັນ​ວ່າ: ​ໄຟ​ໄໝ້​ປ່າ​ຢູ່​ອິນ​ໂດ​ເນ​ເຊຍ​ເປັນ​ເວລາຫຼາຍ​ວັນ​ພາ​ໃຫ້​ເກີດ​ໝອກ​ຄັວນມົນ​ລະ​ພິດ​ໃນ​ມາ​ເລ​ເຊຍ.

ຄຳ​ເຫັນ

0