黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

50 ກວ່າ​ປະ​ເທດ​ອາ​ຊີ​ແລະ​ເອີ​ຣົບຈະ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

2019-09-11 16:08:20 cri

ຕາມ​ຂ່າວ CRI: ວັນ​ທີ 10 ກັນ​ຍາ​ນີ້, ນັກ​ການ​ເມືອງ, ​ນັກ​ທຸ​ລະ​ກິດ​ແລະ​ນັກ​ວິ​ຊາ​ການ​ຈາກ 58 ປະ​ເທດ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ຊີ່​ອ່ານ​ແຂວງ​ສ້ານ​ຊີ ສ​ປ ຈີນ, ເພື່ອ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ອາ​ຊີ​ເອີ​ຣົບ​ປີ 2019, ແລະ​ຮ່ວມ​ກັນ​ປຶ​ກ​ສາ​ຫາ​ລື​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ໄດ້​ເນັ້ນ​ຫົວ​ຂໍ້ “ຮ່ວມ​ກັນ​ສ້າງ ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’: ການ​ຮ່ວມ​ມື​ທີ່​ມີ​ລະ​ດັບ​ສູງແລະ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ.” ​ເຊິ່ງ​ຈຸດ​ປະ​ສົງ​ກໍ​ເພື່ອ​ເຮັດ​ໃຫ້​ການ​ສົນ​ທະ​ນາ​ລະ​ຫວ່າງ​ປະ​ເທດ​ອາ​ຊີ​ເອີ​ຣົບ​ໃນ​ຫຼາຍ​ຂົງ​ເຂດ​ແລະ​ຫຼາຍ​ລະ​ດັບ​ສາ​ມາດ​ຊຸກ​ຍູ້​ການເພື່ອ​ຊຸກ​ຍູ້​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​​​ໂດຍ​ການ​ເຂົ້າ​ຮ່ວມ​ຢ່າງກວ້າງ​ຂວາງ​ຂອງອົງ​ການ​ຈັດ​ຕັ້ງ​ສາ​ກົນ, ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່​ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ.

ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ຈະ​ຈັດໃຫ້​ມີ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ທັງ​​ດຳ​ເນີນ​ກອງ​ປະ​ຊຸ​ມ​ຄົບ​ຄະ​ນະ, ທັງ​ຈະ​ຈັດໃຫ້​ມີ​ 10 ກອງ​ປະ​ຊຸມຍ່ອຍ​ເຊັ່ນ: ການ​ເງິນ, ຊີ​ວະ​ພາບ, ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ, ອຸ​ຕຸ​ນິ​ຍົມ, ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ອື່ນໆ. ປະ​ມຸກ​ລັດ​ແລະ​ເຈົ້າ​ໜ້າ​ທີ່​ສຳ​ຄັນ​ຂອງ​ປະ​ເທດ​ສະ​ມາ​ຊິກ, ປະ​ເທດ​ສັງ​ເກດ​ການແລະ​ປະ​ເທດ​ຄູ່​​ເຈ​ລະ​ຈາຂອງອົງ​ການ​ຮ່ວມມື​ຊຽງ​ໄ​ຮ້​ແລະ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ສຳ​ຄັນ, ທູ​ຕາ​ນຸ​ທູດ​ປະ​ເທດ​ທີ່​ກ່ຽວ​ຂ້ອງປະ​ຈຳ​ຈີນ, ຜູ້​ຕາງ​ໜ້າ​ຂອງ​ຕົວ​ເມືອງ​​ແຮ​ກ​ສ່ຽວ​ຈີນ​ແລະ​ຕ່າງ​ປະ​ເທດ, ຜູ້​ຕາງ​ໜ້າ​ຂອງ​ສະ​ມາ​ຄົມ​ການ​ຄ້າ​ຈີນ​ແລະ​ຕ່າງ​ປະ​ເທດ, ຜູ້​ຮັບ​ຜິດ​ຊອບ​​ຂອງ 500 ​ວິ​ສາ​ຫະກິດ​ຊັ້ນ​ນຳ​ຂອງ​ໂລກ ​ລັດວິ​ສາ​ຫະ​ກິດຈີນ​ຂະ​ໜາດ​ໃຫຍ່​ຂອງ​ຈີນ, ຜູ້​ຮັບ​ຜິດ​ຊອບ​​ສະ​ຖາ​ບັນການ​ເງິນ​ຈີນ​ແລະ​ຕ່າງ​ປະ​ເທດ, ຜູ້​ຊ່ຽວ​ຊານ​ນັກ​ວິ​ຊາ​ການ​ແລະ​ບຸກ​ຄົນ​ສຳ​ຄັນ​ອື່ນໆ​ພັນ​ກວ່າ​ທ່ານ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.

ຄຳ​ເຫັນ

0