莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 60% ເຫັນ​ວ່າ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ມີ​ຄວາມ​ສ່ຽງ​ຈະຊຸດ​ໂຊມ​ລົງ​ໃນ​ປີໜ້າ

2019-09-11 14:20:12 cri

ວັນ​ທີ 10 ກັນ​ຍານີ້, ໜັງ​ສື​ພິມ ວໍ​ຊິງ​ຕັນ​ພົ​ສ​ ແລະ​ບໍ​ລິ​ສັດ ABC ອາ​ເມ​ຣິ​ກາ​ໄດ້​ເຜີຍ​ແຜ່​ຜົນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຄຽງ​ຄູ່​ກັບ​ການ​ເປັນ​ຫ່ວງ​​ນຳຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ເພີ່​ມ​ຂຶ້ນ, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ທີ່​ໃຫ້​ສຳ​ພາດມີ 60% ​ເຫັນ​ວ່າ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ໃນ​ປີ​ໜ້າ​ “ອາດ​ເປັນ​ໄປ​ໄດ້​ທີ່​ສຸດ"  ຫຼື “ອາດ​ຈະ” ​ຊຸດ​ໂຊມ​ລົງ.

ອີງ​ຕາມ​ຜົນ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ, ເມື່ອ​ທຽບ​ກັບ​ເດືອນ​ພະ​ຈິກ​ປີ​ກາຍນີ້​, ຜູ້​ໃຫ້​ສຳ​ພາດ​ທີ່​ເຫັນ​ວ່າເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ໃນ​ສະ​ເພາະ​ໜ້ານີ້ ຈະ“ດີ​ເລີດ” ຫຼື “ດີ” ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ, ເຊິ່ງ​ໄດ້ຫຼຸດ​ລົງ 10% ແລະ 56%. ມີ​ຜູ້​ໃຫ້​ສຳ​ພາດ 43% ເຫັນ​ວ່າ, ນະ​ໂຍ​ບາຍ​ການ​ຄ້າ​ແລະ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຄວາມ​​ເປັນ​ໄປ​ໄດ້​ທີ່​ຈະ​ເຮັດ​ໃຫ້ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ​ໃນ​ປີ​ໜ້າ. ຂະ​ນະ​ດຽວ​ກັນ, ປະ​ຊາ​ຊົນ​ອາ​ເມ​ຣິ​ກາ 60% ​ກໍເປັນ​ຫ່ວງວ່າ​ຄວາມ​ຂັດ​ແຍ້ງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈະ​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ໃນ​ຄອບ​ຄົວ​ສູງ​ຂຶ້ນ, ໃນ​ນັ້ນ, ມີ​ຈຳ​ນວນ 1/3 ເຫັນ​ວ່າ “​ມີ​ຄວາມ​ກັງ​ວົນ​ທີ່​ສຸດ”.

ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ຄັ້ງ​ນີ້​ແມ່ນ​​ຈັດ​ຂຶ້ນ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 5 ກັນ​ຍານີ້, ມີ​ຜູ້​​ໃຫ້​ສຳ​ພາດ​ທີ່ເຕັມ​ກະ​ສຽນ​ອາ​ຍຸ​ຢູ່​ອາ​ເມ​ຣິ​ກາ 1003 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ສຳຫຼວດ​ຄັ້ງ​ນີ້.

ຄຳ​ເຫັນ

0