莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ຢືນ​ຢັນ​ຕ້ອງ​ການ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຈີນ

2019-09-11 14:27:00 cri

ກອງ​ປະ​ຊຸມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ຈີນ-ມາ​ເລ​ເຊຍ​ປີ2019 ໄດ້​ຈັດ​ຂຶ້ນ​ຢູ່​​ນະ​ຄອນຫຼວງກົວ​ລາ​ລຳ​ເບີ​​ປະ​ເທດ​ມາ​ເລ​ເຊຍໃນ​ວັນ​ທີ 10 ກັນ​ຍານີ້, ​ໂດຍ​ມີວິ​ສາ​ຫະ​ກິດ 300 ແຫ່ງ​ຂອງສອງ​ປະ​ເທດ​ຈີນ-ມາ​ເລ​ເຊຍ​ເຂົ້າ​ຮ່ວມ.

ທ່ານ​ຕັງ​ໂກວາຍ ທູດ​ພິ​ເສດ​ມາ​ເລ​ເຊຍ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​​ກ່ຽວ​ກັບຈີນ ​ທັງ​ເປັນປະ​ທານ​ສະ​ພາ​ການ​ຄ້າ​ມາ​ເລ​ເຊຍ​-ຈີນ​ກ່າວ​ຄຳ​ປາ​ໄສວ່າ, ນັບແຕ່​ຕົ້ນ​ປີນີ້​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ມາ​ເລ​ເຊຍ-ຈີນ, ວິ​ສາ​ຫະ​ກິດ​ຈີນ​​ທີ່ມາ​ລົງ​ທຶນ​ຢູ່​ມາ​ເລ​ເຊຍ, ແລະ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ມາ​ທ່ຽວ​ມາ​ເລ​ເຊຍ ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ຄັ້ງໃໝ່, ຫວັງ​ວ່າ​ທ່ວງ​ທ່າ​​ການພັດ​ທະ​ນາ​ອັນ​ດີ​ງາມນີ້​​ຈະສາ​ມາດ​ສ້າງ​ຜົນ​ດີ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ແລະ​ປະ​ຊາ​ຊົນ​ສອງ​ປະ​ເທດ. ໃນ​​ຍຸກ​ອຸດ​ສາ​ຫະ​ກຳ4.0​ນີ້, ມາ​ເລ​ເຊຍ​ຕ້ອງ​ການ​ວິ​ສາ​ຫະ​ກິດ​ເຕັກ​ນິກ​ສູງ​ແລະ​ພະ​ລັງ​ງານ​ສີ​ຂຽວ​ຂອງ​ຈີນ​ເຂົ້າ​ມາລົງ​ທຶນຫຼາຍກວ່າ​ເກົ່າ, ເພື່ອ​ຊ່ວຍ​ມາ​ເລ​ເຊຍ​​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ.

ທ່ານ​​ຕັງ​ໂກວາຍ​ກ່າວ​​ຕື່ມວ່າ, ໃນ​​ຍຸກ​ໂລ​ກາ​ພິ​ວັດ, ​ຂໍ້​ຈຳ​ກັດ​ໃຫ້​ກັບ​ຕົນ​ເອງ​ແລະ​​ລັດ​ທິປົກ​ປ້ອງ​ການ​ຄ້າ​ແມ່ນ​ຝືນ​​ກັບກະ​ແສ​​ຂອງຍຸກ​ສະ​ໄໝ. ລັດ​ຖະ​ບານ​ມາ​ເລ​ເຊຍ​ຍຶດ​ໝັ້ນຫຼັກ​ໝັ້ນການ​ຄ້າ​ເສ​ລີ​ແລະ ລັດ​ທິຫຼາຍ​ຝ່າຍ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ແລະ​ລັດ​ທິ​ຝ່າຍ​ດຽວ.

​ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ສຸມ​ໃສ່​ວຽກ​ງານ​ການ​ຄ້າ​ໝາກ​ໄມ້, ການ​ຄ້າ​ເອ​ເລັກ​ໂຕຣ​ນິກ, ການ​ກໍ່​ສ້າງ, ການ​ຈໍ​ລະ​ຈອນ​ສິນ​ຄ້າ, ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ.

ຄຳ​ເຫັນ

0