李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລື​ສຸດ​ຍອດ​ປະ​ຊາ​ຄົມ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ໂທ​ລະ​ພາບ​ເສັ້ນ​ທາງ​ສາຍ​ໄໝ 2019 ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2019-09-11 16:25:10 cri

    ເວ​ທີ​ປຶກ​ສາ​ຫາ​ລື​ສຸດ​ຍອດ​ປະ​ຊາ​ຄົມ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ໂທ​ລະ​ພາບ​ເສັ້ນ​ທາງ​ສາຍ​ໄໝ 2019 ​ພາຍ​ໃຕ້​ຫົວ​ຂໍ້​ “ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ພະ​ຫຸ​ສື່​ແລະ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ” ໂດຍ​ແມ່ນ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະພາບ​ສູນ​ກາງ​ຈີນ ແລະ ປະ​ຊາ​ຄົມ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ໂທ​ລະ​ພາບ​ເສັ້ນ​ທາງ​ສາຍ​ໄໝ​ເປັນ​ເຈົ້າ​ພາບ​ຮ່ວມ​ກັນ​ນັ້ນ ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 9-11 ກັນ​ຍານີ້ ໂດຍ​ມີ​ແຂກ​ຜູ້​ມີ​ກຽດ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດເກືອບ 400 ທ່ານ​ເຂົ້າ​ຮ່ວມ ໃນ​ນັ້ນ​ລວມ​ທັງ​ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ສື່ມວນ​ຊົນ 92 ແຫ່ງ​ຈາກ 43 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ.

    ທ່ານ ວາງ​ສຽວ​ຮຸ່ຍ ຮອງ​ຫົວ​ໜ້າຜູ້​ປະ​ຈຳການ​ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ທ່ານ​ ເຊີ້ນ​ໄຫ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມສູນ​ກາງ​ພັກ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ໄດ້​ເຂົ້​າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ ທັງ​ໄດ້​ພົບ​ປະ​ກັບ​ແຂກ​ຜູ້​ມີ​ກຽດ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ.

    ເພື່ອ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ ແລະ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ, ເວ​ທີ​ປຶ​ກ​ສາ​ຫາ​ລື​ຄັ້ງ​ນີ້ ໄດ້​ປະ​ກາດ​ການ​ສ້າງ​ຕັ້ງ​ສະ​ພາ​ມົນ​ຕີ​ຂອງ​ປະ​ຊາ​ຄົມ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ໂທ​ລະ​ພາບ​ເສັ້ນ​ທາງ​ສາຍ​ໄໝ ເຊິ່ງ​ປະ​ກອບ​ດ້ວຍ​ສື່ມວນ​ຊົນ​ຕົ້ນ​ຕໍແລະ​ບໍ​ລິ​ສັດ​ສ້າງ​ຟິມ​ໂທ​ລະ​ພາບ 29 ແຫ່ງຈາກ 23 ປະ​ເທດ​ແລະ​ເຂດ​ແຄວ້ນ ໂດຍ​ແມ່ນ​ທ່ານ ເຊີ້ນ​ໄຫ​ຊົງ ເປັນ​ປະ​ທານ​ສະ​ພາ​ດັ່ງ​ກ່າວ.

    ສະ​ພາ​ມົນ​ຕີ​ນີ້​ແມ່ນ​ອົງ​ການ​ປຶກ​ສາ​ຫາ​ລື, ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ແລະ​ຕິດ​ຕາມກວດ​ກາ​​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​​ປະ​ຊາ​ຄົມ ເຊິ່ງ​ຮັບ​ຜິດ​ຊອບ​ການ​ແລກ​ປ່ຽນ, ການປະ​ສານ​ງານ ແລະ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​​ສຳ​ຄັນໆຂອງ​ປະ​ຊາ​ຄົມ ພ້ອມ​ທັງ​ຕັດ​ສິນ​ນະ​ໂຍ​ບາຍ​ອັນ​ສຳ​ຄັນ​ຕົ້ນ​ຕໍ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຄົມ. ໂຄງ​ສ້າງ​ຂອງ​ສະ​ພາ​ມົນ​ຕີ​ປະ​ກອບ​ມີ 4 ກຳ​ມາ​ທິ​ການ​ດ້ານ​ວິ​ຊາ​ການ​ຄື: ການ​ຮ່ວມ​ມື​ດ້ານ​ຖະ​ແຫຼງ​ຂ່າວ, ການ​ເຜີຍ​ແຜ່​​ຂໍ້​ມູນ​ຂ່າວ​ສານແບບ​ເຊື່ອມ​ໂຍງ​ເຂົ້​າ​ກັນ, ການ​ຮ່ວມ​ມື​ຈັດ​ທຳ​ລາຍ​ການ ແລະ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ. ມື້​ດຽວ​ກັນ, ກອງ​ປະ​ຊຸມ​ຂອງ​ສະ​ພາ​ມົນ​ຕີ​ໄດ້​ເປີ​ດ​ເຜີຍ​ກົດ​ບັດ​ສະ​ພາ​ມົນ​ຕີ ແລະ ຖະ​ແຫຼງ​ການ​ຮ່ວມ.

ຄຳ​ເຫັນ

0