黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ມີ​ຄວາມ​ສາມາດດຶງ​ດູດການ​ລົງ​ທຶນຂອງ​ຕ່າງປະ​ເທດ​​ໄດ້ຢ່າງ​ແຂງ​ແຮງ

2019-09-11 17:16:46 CRI

CRI ​ໄດ້​ລົງ​ບົດ​ວິ​ເຄາະ​ຂອງ​ນັກວິ​ເຄາະໃນ​ວັນ​ທີ 10 ກັນຍາ​ນີ້ທີ່​ພາດ​ຫົວ​ຂໍ້​ວ່າ “​ຈີນສາມາດ​ດຶງ​ດູດ​ການ​ລົງທຶນ​ຂອງຕ່າງປະ​ເທດ​ໄດ້​ຢ່າງ​ແຂງ​ແຮງ”.

ບົດ​ວິ​ເຄາະ​ລະບຸ​ວ່າ: ​ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ລົງທຶນ​ແລະ​ການ​ຄ້າສາກົນ 2019 ​ທີ່​ພວມ​ດຳ​ເນີນ​ຢູ່​ນະຄອນ​ເຊ້ຍ​ເໝີ​ນ, ພຽງ​ແຕ່​ວັນ​ທີ 8 ກັນຍາ​ວັນ​ດຽວ, ​ໃນ​ງານຕະຫຼາດນັດ​ວັດ​ສະດຸ​ແລະຜະລິດ​ຕະພັນ​ກະສິກຳ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ເຊິ່ງມີ​ນັກ​ລົງທຶນ​ຕ່າງປະ​ເທດ​​ໄດ້​ເຊັນ​ສັນຍາ​ລວມມູນ​ຄ່າ​ທັງ​ໝົດ 29,5 ຕື້​ໂ​ດລາ​ສະຫະລັດ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ສາມາດ​ດຶງ​ດູດການ​ລົງ​ທຶນຂອງ​ຕ່າງປະ​ເທດ​ຢ່າງ​ແຂງ​ແຮງ.

ບົດ​ວິ​ເຄາະ​ຊີ້​ໃຫ້​ເຫັນອີກ​ວ່າ: ​ເວົ້າສຳລັບ​ທຶນ​ຕ່າງປະ​ເທດ​ແລ້ວ, ​​ຈີນມີຄວາມ​ສາມາດ​ດຶງ​ດູດທຶນ​ໄດ້​ໃຫຍ່ຫຼວງ ​ເນື່ອງ​ຈາກ​ວ່າ​ຈີນ​ເປັນ​ຕະຫຼາດທີ່​ກວ້າງ​ໃຫຍ່​ໄພສານ, ມີ​ຕ່ອງ​ໂສ້​ອຸດສາຫະກຳ​ທີ່​ຄົບ​ຖ້ວນສົມບູນ​, ມີ​ຊັບພະຍາກອນ​ມະນຸດ​ທີ່​ອຸດົມສົມບູນ, ພື້ນຖານ​ໂຄງ​ລ່າງ​ມີ​ການ​ພັດທະນາ​ເປັນ​ຢ່າງ​ດີ, ​ເຄືອ​ຂ່າຍ​ການ​ຈໍລະ​ຈອນ​ສິນຄ້າ​ກໍ​ພັດທະນາ​ກ້າວໜ້າ​ເຊັ່ນ​ດຽວ​ກັນ; ນອກ​ນີ້, ພາຍ​ໃຕ້​ສະພາບ​ການ​ທີ່​ສະພາບ​ແວດ​ລ້ອມ​ພາຍ​ນອກ​ມີ​ຄວາມບໍ່​ແນ່ນອນ ຈີນ​ໄດ້​ຍຶດໝັ້ນຄວາມ​ຕັດສິນ​ໃຈ​ຂອງ​ຕົນຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ສ້າງ​ສະພາບ​ແວດ​ລ້ອມການ​ດຳ​ເນີນ​ທຸລະ​ກິດ​ທີ່​ດີ​ໃຫ້​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ.

ບົດ​ດັ່ງກ່າວ​ໄດ້​ເນັ້ນໜັກ​ວ່າ: ​ເຖິງ​ວ່າຄວາມ​ຂັດ​ແຍ້​ງກັນ​ດ້ານ​ການ​ຄ້າ​ທີ່​ອາ​ເມຣິກາ​ກໍ່​ຂຶ້ນ​ແຕ່​ຝ່າຍ​ດຽວ​ໄດ້​ສ້າງ​ຄວາມ​ບໍ່​ແນ່ນອນ​ໃຫ້​ແກ່​ເສດຖະກິດ​ໂລກ ​ແລະ ​ເຮັດ​ໃຫ້ການ​ໄຫຼວຽນ​ຂອງ​ທຶນຂ້າມ​ຊາດ​ໃນ​ໂລກຫຼຸດໜ້ອຍ​ຖອຍ​ລົງ​ຢ່າງຫຼວງຫຼາຍກໍ​ຕາມ, ​ແຕ່​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ຈີນ​ຍັງມີ​ທ່າ​ແຮງ​ໃນຫຼາຍດ້ານ ຈຶ່ງ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​ບໍ່​ສາມາດ​ຕັດ​ແຍກອອກ​ຈາກ​ຕະຫຼາດຈີນ​ໄດ້ ​​ແລະ ​ເຮັດ​ໃຫ້​ຈີນຍັງ​ສືບ​ຕໍ່​ເປັນ​ປະ​ເທດ​ທີ່ມີ​ຄວາມ​ສາມາດດຶງ​ດູດ​ທຶນ​ຕ່າງປະ​ເທດ​ໄດ້ຢ່າງ​ແຂງ​ແຮງ​ເຊັ່ນ​ເຄີຍ.

ຄຳ​ເຫັນ

0