黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ປະກາດບັນຊີລາຍການສິນຄ້າ​ອາ​ເມຣິກາ​ທີ່​ຈະ​ຍົກ​ເວັ້ນພາສີ

2019-09-11 17:21:32 CRI

ອີງ​ຕາມ “​ແຈ້ງ​ການ​ຂອງຄະນະ​ກຳມະການ​ອອກ​ລະບຽບ​ການຈັດ​ເກັບ​ພາສີ​ອາກອນ​ແຫ່ງ​ລັດຈີນກ່ຽວ​ກັບ​ການທົດ​ລອງ​ປະຕິບັດ​ການຍົກ​ເວັ້ນການ​ຂຶ້ນພາສີ​ຕໍ່​ສິນຄ້າ​ບາງ​ປະ​ເພດ​ຂອງອາ​ເມຣິກາ” ​ແລະ ຜ່ານ​ການ​ອະນຸມັດ​ຈາກ​ລັດຖະບານ​ຈີນ, ​ວັນ​ທີ 11 ກັນຍາ​ນີ້, ຄະນະ​ກຳມະການ​ດັ່ງກ່າວ ​ໄດ້​ປະກາດ​ບັນຊີ​ລາຍ​ການ​ສິ​ນຄ້າອາ​ເມຣິກາ​ໝວດ​ທຳ​ອິດ​ທີ່ຈະຍົກ​ເວັ້ນພາສີຄັ້ງທຳ​ອິດ​, ຄຳ​ປະກາດ​ດັ່ງກ່າວຈະ​ເລີ່​ມຈັດ​ຕັ້ງປະຕິບັດ​ນັບ​ແຕ່​ວັນ​ທີ 17 ກັນຍາ​ນີ້​ເປັນຕົ້ນ​ໄປ.

​ໃນ​ນັ້ນ, ສິນຄ້າ​ປະ​ເພດ​ຕ່າງໆ​ທີ່​ຖືກ​ຈັດ​ຢູ່​ໃນ​ບັນຊີ​ລາຍ​ການ​ໃນ​ໝວດ​ທີ 1 ນັ້ນ, ​ແຕ່​ວັນ​ທີ 17 ກັນຍາ​ປີ 2019 ຫາ​ວັນ​ທີ 16 ກັນຍາ​ປີ 2020 ຈະ​ບໍ່​ຂຶ້ນພາສີ​ອີກ​ເນື່ອງ​ຈາກ​ຈີນ​​ໄດ້ຕອບ​ໂຕ້​ມາດ​ຕະການ​ໃນ​ມາດຕາ 301 ຂອງ​ອາ​ເມຣິກາ​ແລ້ວ, ສ່ວນ​ພາສີ​ທີ່​ໄດ້​ເກັບ​ເອົາ​​ໄປແລ້ວກ່ອນ​ໜ້າ​ນີ້​ກໍຈະ​ສົ່ງຄື​ນ​. ວິ​ສາ​ຫະກິດ​ນຳ​ເຂົ້າທີ່​ກ່ຽວຂ້ອງ​ຄວນ​ຮ້ອງ​ຂໍ​ນຳ​ດ່ານ​ພາສີ​ຕາມ​ກຳນົດພາຍ​ໃນ​ເວລາ 6 ​ເດືອນ ຫຼັງຈາກ​ໄດ້​ປະກາດ​ບັນຊີ​ລາຍ​ການສິນຄ້າ​ທີ່ຍົກ​ເວັ້ນການ​ຂຶ້ນພາສີ.

ສິນຄ້າ​ປະ​ເພດ​ຕ່າງໆ​ທີ່​ຖືກ​ຈັດ​ຢູ່​ໃນ​ບັນຊີ​ລາຍ​​ການ​ໃນ​ໝວດ​ທີ 2 ນັ້ນ, ແຕ່​ວັນ​ທີ 17 ກັນຍາ​ປີ 2019 ຫາ​ວັນ​ທີ 16 ກັນຍາ​ປີ 2020 ຈະ​ບໍ່​ຂຶ້ນພາສີ​ອີກ​ເນື່ອງ​ຈາກ​ຈີນ​ໄດ້​ຕອບ​ໂຕ້​ມາດ​ຕະການ​ໃນ​ມາດຕາ 301 ຂອງ​ອາ​ເມຣິກາ​ແລ້ວ, ສ່ວນ​ພາສີ​ທີ່​ໄດ້​ເກັບ​ເອົາ​ໄປ​ແລ້ວກ່ອນ​ໜ້າ​ນີ້​ຈະບໍ່​ສົ່ງຄື​ນ​ອີກ.

ຄຳ​ເຫັນ

0