蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າອາ​ຊຽນ+3 ເນັ້ນ​ໜັກ​ການ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ

2019-09-11 15:42:28 CRI

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າອາ​ຊຽນ ​ກັບ ຈີນ, ຍີ່​ປຸ່ນ ແລະ ສ.ເກົາຫຼີ ຫຼື ອາ​ຊຽນ+3 ຄັ້ງ​ທີ 22 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 10 ກັນ​ຍາ​ນີ້ ໂດຍ​ໄດ້​ເນັ້ນ​ໜັກ​​ເຖິງການ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ ແລະ ​ຢືນ​ຢັນ​ວ່າ, ຈະ​​ເລັ່ງ​ລັດຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ານ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ, ຈະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊຸກ​ຍູ້​​ໃຫ້​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ ຫຼື RCEP ​ສຳ​ເລັດພາຍ​ໃນ​ປີ​ນີ້.

ຖະ​ແຫຼງ​ການ​ທີ່​ເຜີຍ​ແຜ່ຫຼັງ​ກອງ​ປະ​ຊຸມ​ລະ​ບຸ​ວ່າ, ການ​ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ ແລະ ລັດ​ທິ​ພາກ​ພື້ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ຖະ​ແຫຼງ​ການ​​ຍັງລະ​ບຸ​ຕື່ມ​ວ່າ, ການ​ລົງ​ທຶນ​ໂດຍ​ກົງ ຫຼື FDI ຂອງ​ຈີນ, ຍີ່​ປຸ່ນ ແລະ ສ.ເກົາຫຼີ​ຕໍ່​ພາກ​ພື້ນ​ອາ​ຊຽນ​ໃນ​ປີ 2018 ໄດ້​ບັນ​ລຸ​ເຖິງ 37,9 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງກວມ​ເອົາ 24,5% ຂອງ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ພາຍນອກ​ຂອງ​ອາ​ຊຽນ ແລະ ໄດ້​ເພີ່ມ​ຂຶ້ນ 9,9% ເມື່ອ​ທຽບ​ໃສ່​ປີ 2017. ຖະ​ແຫຼງ​ການ​ເຫັນ​ວ່າ, ເຖິງວ່າ​ການ​ຄ້າ​ລະ​ຫວ່າງ​ອາ​ຊ​ຽນ​ກັບ​ຈີນ, ຍີ່​ປຸ່ນ ແລະ ສ.ເກົາຫຼີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ກໍ​ຕາມ, ແຕ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຍັງ​ປາ​ກົດ​ມີ​ທ່ວງ​ທ່າ​ຊ້າ​ລົງ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ໄດ້​ປາ​ກົດ​ຂຶ້ນ ແລະ ​ແນວ​ຄິດ​ຕໍ່​ຕ້ານ​ໂລ​ກາ​ພິ​ວັດ​ໄດ້​ກະ​ທົບ​ເຖິງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ, ​ເສດ​ຖະ​ກິດ​ໂລກ​ໄດ້​ຜະ​ເຊີນ​ໜ້າ​ກັບຄວາມ​ສ່ຽງ​ແລະ​ຄວາມ​ບໍ່​ແນ່ນອນ​ນັບ​ມື້​ນັບຫຼາ​ຍ​ຂຶ້ນ.

ຄຳ​ເຫັນ

0