黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ຢຸດ​ຕິ​ການກີດ​ກັ້ນ​ສະ​ເພາະ​ແຕ່ວິ​ສາ​ຫະ​ກິດ​​ໃດ​ໜຶ່ງ​ຂອງ​ຈີນ​ໂດຍ​ບໍ່​ສົມ​ເຫດ​ສົມ​ຜົນ

2019-09-11 16:08:58 cri

ຕາມ​ຂ່າວ CRI: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ທ່ານ​ນາງ​ຮ້​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ເມື່ອ​ບໍ່​ດົນ​ມາ​ນີ້, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ສົ່ງ​ອຸ​ປະ​ກອນ​ໂທ​ລະ​ຄົມ​ງວດ​ໜຶ່ງ​ທີ່ເຂົາ​ກັກ​ໄວ​ໃນ​ສອງ​ປີ​ກ່ອນ​ຢ່າງ​ບໍ່​ສົມ​ເຫດ​ສົມ​ເຜົ່າ​ຄືນໃຫ້​ແກ່​ບໍ​ລິ​ສັດ​ຫົວ​ເຫວີຍ, ​ເຊິ່ງ​ເປັນ​ການ​ຢືນ​ຢັນ​ເຖິງ​ຄວາມ​ຈິງ​ຕໍ່​ການ​ລະ​ເມີດ​ກົດ​ໝາຍ​ແລະ​ການ​ກະ​ທຳ​ຕາມ​ລຳ​ພັງ​ໃຈ​. ຈີນ​ຈຶ່ງ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ຢຸດ​ຕິ​ການ ກີດ​ກັ້ນ​ສະ​ເພາະ​ແຕ່ວິ​ສາ​ຫະ​ກິດ​​ໃດ​ໜຶ່ງ​ຂອງ​ຈີນ​ໂດຍ​ບໍ່​ສົມ​ເຫດ​ສົມ​ຜົນ.

ຂ່າວ​ແຈ້ງວ່າ, ຍ້ອນ​ວ່າ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ສົ່ງ​ຄືນ​ສິນ​ຄ້າ​ທີ່ຕົນ​ກັກ​ໄວ້ສອງ​ປີ​ຢ່າງ​ບໍ່​ສົມ​ເຫດ​ສົມ​ຜົນ, ບໍ​ລິ​ສັດ​ຫົວ​ເຫວີຍ​ຈຶ່ງ​ໄດ້​ຖອ​ນ​​ການ​ກ່າວ​ຟ້ອງ​ຕໍ່​ຫຼາຍ​ພາກ​ສ່ວນ​ຂອງ​ອາ​ເມ​ຣິ​ກາ​ທີ່​ເຄີຍ​ໄດ້​ກ່າວ​ຟ້ອງໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້. ຕໍ່​ເລື່ອງ​ນີ້, ທ່ານ​ນາງ​ຮ້​ວາ​ຊົນ​ຢິງ​ກ່າວ​ວ່າ:

“ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​​ທີ່ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ວິ​ສາ​ຫະ​ກິດ​ຈີນ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ບໍ່​ມີ​ຫຼັກ​ຖານ​ໃດໆ, ແລະ​ກີດ​ກັ້ນ​ສະ​ເພາະ​ແຕ່​ວິ​ສາ​ຫະ​ກິດ​ໃດ​ໜຶ່ງ​ຈີນ​​ໂດຍ​ຜ່ານ​ການ​ໃຊ້​ກຳ​ລັງ​ແຫ່ງ​ຊາດບີບ​ບັງ​ຄັບ​ຕາມ​ຢ່າງ​ລຳ​ພັງ​ໃຈ, ການ​ກະ​ທຳ​ດັ່ງ​ກ່າວ​ທັງ​ບໍ່​ຖືກ​ຕ້ອງ​ແລະ​ບໍ່​​ມີ​ຄຸນ​ນະ​ທຳ, ​ທັງ​ບໍ່​ປະ​ຕິ​ບັດ​ຕາມ​ຫຼັກ​ການເສດ​ຖະ​ກິດ​ຕະ​ຫຼາດ​ທີ່​ອາ​ເມ​ຣິ​ກາ​ອ້າງ​​ມາໂດຍ​ຕະ​ຫຼອດ, ​ເຊິ່ງ​ຈະ​ເປັນ​ການ​ທຳ​ລາຍ​ພາບ​ພົດ, ຄວາມ​ໜ້າ​ເຊື່ອ​ຖືແລະ​ຊື່​ສຽງ​ຂອງ​ອາ​ເມ​ຣິ​ກາ​ຢ່າງ​ໜັກ​ໜ່ວງ, ​ແລະ​ຈະ​ສ້າງ​ຜົນ​ສະ​ທ້ອນ​ທາງ​ລົບ​ຕໍ່​ຄວາມ​ເຊື່ອ​ໝັ້ນ​ຂອງວິ​ສາ​ຫະ​ກິດ​​ປະ​ເທດ​ຕ່າງໆ​ທີ່​ຈະ​ຮ່ວມ​ມື​ກັບ​ອາ​ເມ​ຣິ​ກາ.”

ຄຳ​ເຫັນ

0