莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​ເງື່ອນ​ໄຂ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປຶກ​ສາ​ຫາ​ລື​ດ້ວຍ​ການ​ກະ​ທຳທີ່​ຈິງ​ໃຈ

2019-09-12 17:10:28 cri

7 ໂມງ 17 ນາ​ທີ​ຂອງວັນ​ທີ 12 ກັນ​ຍານີ້​ ເວ​ລາ​ປັກ​ກິ່ງ, ທ່ານ​ໂດ​ໂນ ທ​ຣຳ​ ປະ​ທານ​າ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້ອອກ​ຖະ​ແຫຼງ​ການ​ວ່າ, ຈະ​​ເລື່ອນ​ເວ​ລາ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນ​ໃນ​ມູນ​ຄ່າ 250 ​ຕື້ໂດ​ລາ​ທີ່​ຈະ​ສົ່ງ​​ອອກ​ສູ່ອາ​ເມ​ຣິ​ການັ້ນ​ ຈາກວັ​ນ​ທີ 1 ຕຸ​ລາ​ເລື່ອນ​ໄປ​​ເປັນວັນ​ທີ 15 ຕຸ​ລາ. ກ່ອນ​ໜ້ານີ້ໜຶ່ງມື້​, ຝ່າຍ​ຈີນ​ໄດ້​​ປະ​ກາດ​ບັນ​ຊີ​​ລາຍ​ການ​ສິນ​ຄ້າ​ອາ​ເມ​ຣິ​ກາ​ໝວດ​ທຳ​ອິດ​ທີ່​ຈະ​ຍົກ​ເວັ້ນ​ການ​ຂຶ້ນ​ພາ​ສີ​ຄັ້ງ​ທຳ​ອິດ, ເພື່ອ​ຜ່ອນ​ຄາຍ​ຜົນ​ກະ​ທົບ​ຈາກ​ຄວາມ​ຂັດ​ແຍ້ງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ມີ​ຕໍ່​ວິ​ສາ​ຫະ​ກິດ​​ຈີນ.

ອີງ​ຕາມ​ເນື້ອ​ໃນການ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ​ຈີນ-ອາ​ເມ​ຮິ​ກາ​ໃນ​ວັນ​ທີ 5 ກັນ​ຍານີ້, ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດ​ການ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ຮອບ​ທີ 13 ຢູ່​ວໍ​ຊິງ​ຕັນ​ໃນ​ຕົ້ນ​ເດືອນ​ຕຸ​ລາ. ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສຂອງ​ສອ​ງ​ຝ່າຍ​ຈະ​ປຶກ​ສາ​ຫາ​ລື​ຢ່າງ​ຕັ້ງ​ໜ້າ​ໃນ​ກາງ​ເດືອນ​ກັນ​ຍາ, ເພື່ອ​ກະ​ກຽມ​​ໃຫ້​ການ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ. ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ວ່າ, ຄວນ​ພະ​ຍາ​ຍາມ​ຮ່ວມ​ກັນ, ໃຊ້​ການ​ກະ​ທຳ​ຕົວ​ຈິງ ເພື່ອສ້າງ​ເງື່ອນ​ໄຂ​​ທີ່​ດີ​​ໃຫ້​ແກ່​ການ​ປຶກ​ສາ​ຫາ​ລື​ກັນ.

ກ່ອນ​ຈັດ​ການ​ປຶກ​ສາ​ຫາ​ລື​ຮອບນີ້, ສອງ​ຝ່າຍ​ຕ່າງກໍ່​ໄດ້​ໃຊ້​ມາດ​ຕະ​ການ ເພື່ອ​ສະ​ແດງ​ຄວາມ​ຈິງ​ໃຈ​ຂອງ​ຕົນ ແລະ​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​​ມຸ້ງໄປ​ສູ່​ເປົ້າ​ໝາຍ​ອັນ​ດຽວ​ກັນ, ສ້າງ​ເງື່ອນ​ໄຂ​ທີ່​ມີ​ຜົນ​ດີ​ໃຫ້​ແກ່​ການ​ປຶກ​ສາ​ຫາ​ລື​ໄດ້​ມີ​ຄວາມ​ຄືບ​ໜ້າ​ຕົວ​ຈິງ, ​ເຊິ່ງສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​​ປະ​ຊາ​ຊົນ​ໂລກ ເຊິ່ງ​ສົມຄວນ​ໄດ້​ຮັບ​ການ​ຍ້ອງ​ຍໍ​ແລະຊົມ​ເຊີຍ. ​ໃນຂະ​ບວນ​ວິ​ວັດ​ແຫ່ງ​ຄວາມ​ຂັດ​ແຍ້ງ​ໃນ​ປີ​ປາຍ​ມານີ້​ທີ່​ມີ​ທັງ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ແລະ​ເຈ​ລະ​ຈາ​ກັນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ສົງ​ຄາມ​ການ​ຄ້າບໍ່​ມີ​ຜູ້​ໄດ້​​ຮັບ​ໄຊຊະ​ນະ, ກາ​ນ​ກະ​ທຳ​ທີ່​ຂຶ້ນ​ພາ​ສີຢູ່​ເລື້ອຍໆ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​​ໄດ້ຢ່າງ​ແທ້​ຈິງ, ​ມີ​ແຕ່​ຍຶດ​ໝັ້ນຄວາມ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ແລະ​ການ​ຮ່ວມ​ມື​ດ້ວຍ​ທ່າ​ທີ​​ສຸ​ຂຸມ​ແລະ​ມີ​ເຫດ​ມີ​ຜົນ, ຈຶ່ງ​ຈະ​ສາ​ມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໄດ້, ​ກໍ່​ຄື​ຄວາມ​ເຫັນ​ຂັດ​ແຍ້ງ​ກັນໄດ້​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0