李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫໍ​ວາງ​ສະ​ແດງວິ​ຈິດ​ຕະ​ກຳ​ໄຮ້​ພົມ​ແດນ​ແຫ່ງ​ທີ 2 ຂອງ​ໂລກ​ສ້າງ​ຂຶ້ນ​ຢູ່​ຊຽງ​ໄຮ້

2019-09-12 16:22:39 cri

图片默认标题_fororder_1

图片默认标题_fororder_2

图片默认标题_fororder_3

图片默认标题_fororder_4

图片默认标题_fororder_5

图片默认标题_fororder_6

    ວັນ​ທີ 11 ກັນ​ຍານີ້, ຫໍ​ວາງ​ສະ​ແດງວິ​ຈິດ​ຕະ​ກຳ​​ໄຮ້​ພົມ​ແດນ​ແຫ່ງ​ທີ 2 ຂອງ​ໂລກ​ສ້າງ​ຂຶ້ນ​ໂດຍ teamLab ແລະປະ​ກາດ​ວ່າ​ຈະ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ຢູ່​ຊຽງ​ໄຮ້​ໃນ​ເດືອນ​ພະ​ຈິກ​ໜ້ານີ້ ຜົນ​ງານ​ສອງ​ອັນພາຍ​ໃຕ້​ຫົວ​ຂໍ້ຫຼັກ​ຄື: “ປ່າ​ໄມ້​ແຫ່ງ​ແສງ​ສີ” ແລະ “ປ່າ​ໄມ້​ດອກ​ໄມ້​​ກັບ​ຄົນ” ທີ່​ໄດ້​ວາງ​ສະ​ແດງ​ກ່ອນ​ເວ​ລາ​ກຳ​ນົດ​ນັ້ນ ໄດ້​ເຮັດ​ໃຫ້​ຜູ້​ຊົມ​ສຳ​ຜັດ​ກັບ​ຄວາມ​ງາມ​​ໜ້າ​ຕື່ນ​ໃຈ​ຂອງ​ສິ​ລະ​ປະ​ດິ​ຈິ​ຕອນ.

    ຂ່າວ​ແຈ້ງວ່າ: teamLab ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2001, ແມ່ນ​ອົງ​ການ​ຈັດ​ຕັ້ງ​ສິ​ລະ​ປະ​ສາ​ກົນ​ທີ່​ປະ​ກອບ​ດ້ວຍ​ນັກ​ວິ​ຊາ​ການ​ດ້ານ​ເຕັກ​ນິກ​ໃນຫຼາຍ​ຂະ​ແໜງວິ​ຊາ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ສິ​ລະ​ປະ​ໃໝ່​ດ້ວຍ​ເຕັກ​ນິກ​ດິ​ຈິ​ຕອນ. ​ຄຳ​ວ່າ “ສິ​ລະ​ປະ​ທີ່​ໄຮ້​ພົມ​ແດນ” ກໍ​ຄື: ຜົນ​ງານ​ສິ​ລະ​ປະ​ຈະ​ບໍ່​ຖືກ​ຈຳ​ກັດ​ຢູ່​ພຽງ​ພື້ນ​ທີ່​ຂອງ​ຫໍ​ວາງ​ສະ​ແດງ​ເທົ່າ​ນັ້ນ ​ມັນ​ສາ​ມາດ​ແລ​ກ​ປ່ຽນ​ແລະ​​ມີ​ອິດ​ທິ​ພົນ​ເຊິ່ງ​ກັນ​ແລະ​ກັນ ໂດຍ​ຈະ​​ຜ່າ​ມ້າງ​ມ່ານກັ້ງ​ດ້ານ​ພົມ​ແດນ​ລະ​ຫວ່າງ​ຜົນ​ງານ​ຕ່າງໆ ທັງ​ເຮັດ​ໃຫ້​ຜົນ​ງານ​ຕ່າງໆ​​ໄດ້ເຊື່ອມ​ໂຍງ​ເຂົ້າ​ກັນ.

ຄຳ​ເຫັນ

0