黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນສົ່ງ​ດາວ​ທຽມ​ຊັບພະຍາກອນ​ 2Y-1 02D ຂຶ້ນສູ່​ອະວະກາດຢ່າງສຳ​ເລັດຜົນ

2019-09-12 16:20:06 CRI

​ເວລາ 11:26 ​ໂມງ​ຂອງ​ວັນ​ທີ 12 ກັນຍາ​ນີ້ຢູ່​ຖານ​ສົ່ງ​ດາວ​ທຽມ​ທ້າຍ​ຢວນ, ຈີນ​ໄດ້​ສົ່ງດາວ​ທຽມ​ຊັບພະຍາກອນ​​ 2Y-1 02D (ຫຼືອີກ​ຊື່​ໜຶ່ງ​ ຄື: ດາວ​ທຽມທັດສະນະ​ສາດ​ຂະໜາດ 5 ​ແມັດ) ຂຶ້ນສູ່​ອະວະກາດດ້ວຍຈະຫຼວດສົ່ງ​ຍານ​ສາງ​ເຈິ່ງ​ 4B ​ຢ່າງ​ສຳ​ເລັດຜົນ​ດ້ວຍ​ດີ ​ໂດຍ​ດາວ​ທຽມ​ໄດ້​ເຂົ້າສູ່​ວົງ​ໂຄຈອນ​ທີ່ກຳນົດ​ໄວ້​ໄດ້​​ເປັນ​ຢ່າງ​ດີ. ດາວ​ທຽມ​ດັ່ງກ່າວພ້ອມດ້ວຍດາວ​ທຽມອື່ນໆ​ທີ່​ຈະ​ສົ່ງ​ຂຶ້ນສູ່​ວົງ​ໂຄຈອນ​ຕາມ​ພາຍຫຼັງຈະ​ປະກອບ​ເປັນ​ເຄືອ​ຂ່າຍດຽວ​ກັນ ​ເພື່ອ​ ຮັບປະກັນ​ດ້ານ​ຂໍ້​ມູນ​ທີ່​ແມ່ນ​ຢຳ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ແລະ​ຊັບ​ສິນ​ທາງທຳ​ມະ​ຊາດ ພ້ອມ​ດ້ວຍ​ວຽກ​ງານ​ຕິດຕາມຄຸ້ມ​ຄອງ​ລະບົບ​ນິ​ເວດ​ແຫ່ງ​ຊາດ ຂະນະ​ດຽວ​ກັນ, ຍັງ​ຈະຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ປ້ອງ​ກັນ​ແລະ​ບັນ​ເທົາ​ໄພ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ພັດທະນາ​ຕົວ​ເມືອງ​ແລະ​ຊົນນະບົດ, ການ​ຄົມມະນາຄົມ-ຂົນ​ສົ່ງ, ການ​ຄຸ້ມ​ຄອງ​ເຫດການ​ສຸກ​ເສີນ ​ແລະ​ອື່ນໆ​ອີກ​ດ້ວຍ.

ການສົ່ງ​ດາວ​ທຽມ​ຄັ້ງນີ້​ເປັນ​ການ​ປະຕິບັດ​ໜ້າ​ທີ່​ການສົ່ງ​ດາວ​ທຽມ​ຂຶ້ນສູ່​ອະວະກາດຄັ້ງທີ 310 ຂອງລະບົບ​​ຈະຫຼວດສົ່ງ​ຍານສາງ​ເຈິ່ງ.

ຄຳ​ເຫັນ

0