黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ​ໂຮ​ຢັດ​ແຊງ

2019-09-12 15:00:19 CRI

图片默认标题_fororder_1124988351_15682134126681n

ຕອນ​ບ່າຍວັນ​ທີ 11 ກັນຍາ​ນີ້​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ​ໂຮ​ຢັດ​ແຊງ ​ໃນ​ໂອກາດ​ທີ່​ທ່ານໄດ້​ຮັບ​ເລືອກ​ຕັ້ງ​ເປັນຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ຊຸດທີ 5 ​ທັງ​ໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ລັດຖະບານ​ຈີນ.

ທ່ານ​ສີ​ຈິ້ນ​ຜິ​ງສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ໂຮ​ຢັດ​ແຊງ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ລັດຖະບານ​ໃຫ້​ເປັນ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ຊຸດ​ທີ 5.

ທ່ານ​ສີ​ຈິ້ນຜິ​ງ ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ຄົບຮອບ 20 ປີ​ທີ່​ມາ​ກາວ​ກັບ​ຄືນ​ສູ່​ອ້ອມ​ກອດ​ຂອງ​ປະ​ເທດ​ຊາດ. ຕະຫຼອດ​ໄລຍະ 20 ປີຜ່ານມາ, ພາຍ​ໃຕ້​ການ​ນຳພາ​ຂອງອະດີດ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ມ​າກາວສອງ​ທ່ານ ຄື: ​ທ່ານ​ເຫີ​ໂຮ້ວຫົວ ​ແລະ ທ່ານ​ຊຸ່ຍ​ຊື້​ອ່ານ, ​ເຂດ​ມາ​ກາວ​ໄດ້​ສະ​ແດງ​ໃຫ້​ໂລກ​ເຫັນຢ່າງ​ປະຈັກ​ຕາ​ເຖິງ​ຜົນສຳ​ເລັດຢ່າງ​ເປັນ​ຮູບ​ປະ​ທຳ​ໃນ​ການ​ປະຕິບັດ​ຕາມຫຼັກການ “ປະ​ເທດ​ດຽວ​ສອງ​ລະບອບ” ທີ່​ມີ​ສີສັນ​ພິ​ເສດ​ຂອງມາ​ກາວ. ​ສະພາບ​ຄວາມ​ເປັນ​ຈິງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ, “ປະ​ເທດ​ດຽວ​ສອງ​ລະບອບ” ​ແມ່ນ​ປະຕິບັດ​​ໄດ້ຈິງ, ສາມາດປະຕິບັດ​​ໄດ້​ຢ່າງ​​ມີ​ຜົນສຳ​ເລັດ​ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ! ຫວັງ​ວ່າ​ທ່ານ​ໂຮ​ຢັດ​ແຊງ​ຈະ​ຍຶດໝັ້ນສະພາບ​ລວມ​ເປັນຫຼັກ, ມີ​ວິ​ໄສ​ທດ​ອັນ​ກວ້າງຂວາງ ​ເພື່ອຂຽນປະປະຫວັດສາດໜ້າ​​ໃໝ່​​ໃນ​ການ​ປະຕິບັດ​​ໄດ້​ຈິງ​ແລະ​ໄດ້​ຮັບ​ຜົນສຳ​ເລັດຕາມຫຼັກການ “ປະ​ເທດ​ດຽວ​ສອງ​ລະບອບ”!

ທ່ານ​ໂຮ​ຢັດ​ແ​ຊງສະ​ແດງ​ຄວາມຮູ້ສຶກ​ເປັນ​ກຽດຢ່າງສູງ​ທີ່​ລັດຖະບານ​ໄດ້​ແຕ່ງຕັ້ງຕົນ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ຊຸດ​ທີ 5 ​ແລະ ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ຢ່າງ​​ເດັດດ່ຽວວ່າ​ຈະ​ຊຸກຍູ້​ການ​ປະຕິບັດ​ຕາມຫຼັກການ “ປະ​ເທດ​ດຽວ​ສອງ​ລະບອບ” ຢູ່​ມາ​ກາວ​ໃຫ້​ປາກົດ​ຜົນ​ເປັນ​ຈິງ​ແລະ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໜັກ​ແໜ້ນ​ແລະ​ຍາວ​ນານ ​ພາຍ​ໃຕ້ການ​ນຳພາ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ແລະ​ລັດຖະບານຈີນ.

ຄຳ​ເຫັນ

0