莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ຈະ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ “ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ປັນ​ຍາ​ປະ​ດິດ”

2019-09-12 11:05:32 cri

ກອງ​ປະ​ຊຸມ​ສຳ​ມະ​ນາ “ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ປັນ​ຍາ​ປະ​ດິດ” ທີ່​ຈັດ​ຮ່ວມ​ກັນ​ໂດຍ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ກັບ ສະ​ພາ​ອັກ​ລັນ​ຕິກ​ຂອງ​ອາ​ເມ​ຣິ​ກາ ແລະ​ມູນ​ນິ​ທິ​​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ຄາດ​ຄະ​ເນ​ຂອງ​ຝ​ຣັ່ງນັ້ນ ຈະ​ໄດ້​ຈັດ​ຂຶ້ນ​ຢູ່​ປາ​​ຣີ​ປະ​ເທດ​ຝຣັ່ງ​ໃນ​ວັນ​ທີ 16-17 ກັນ​ຍານີ້. ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ເພີ່​ມທະ​ວີ​ການ​ແລກ​ປ່ຽນ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ແລະ​ເອີ​ຣົບ​ໃນ​ຂົງ​ເຂດ​ປັນ​ຍາ​ປະ​ດິດ, ​ທັງຊຸກ​ຍູ້​​ໃຫ້ສາມ​ຝ່າຍ​ປະ​ສານ​ງານ​​ກັນດ້ານ​ນະ​ໂຍ​ບາຍ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ.

ປັນ​ຍາ​ປະ​ດິດ​ໄດ້​ກາຍ​ເປັນ​ກຳ​ລັງ​ຊຸກ​​ດັນ​ອັນ​ແຂງ​ແກ່ນ​ໃນ​ການ​ປະ​ຕິ​ຮູບ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່, ແລະ​ພວມ​ເກີດ​ມີ​ຜົນ​ສ​ະ​ທ້ອນ​ອັນ​ເລິກ​ເຊິ່ງ​ຕໍ່​ເສດ​ຖະ​ກິດ​ໂລກ ​ກໍ່​ຄືຄວາມ​ກ້າວ​ໜ້າ​​ທາງ​ສັງ​ຄົມ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງມວນ​ມະ​ນຸດ. ຕາມ​​ຂ່າວ​ແຈ້ງ​ວ່າ: ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ແຂກ​ຜູ້​ມີ​ກຽດ​ທີ່​ມາ​ຈາກ​ຈີນ ອາ​ເມ​ຣິ​ກາ ຝ​ຣັ່ງ ແລະ​ໂຮນ​​ລັງ​ເປັນ​ຕົ້ນ​ຈະ​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​ທີ່​ບັນ​ດາ​ປະ​ເທດ​ພວມ​ຜະ​ເຊີນ​ໃນ​ຍຸກ​ປັນ​ຍາ​ປະ​ດິດ, ຍຸດ​ທະ​ສາດ​​ການພັດ​ທະ​ນາ​ປັນ​ຍາ​ປະ​ດິດ​ກັບ​ການ​ຮ່ວມ​ມື​ສາ​ກົນ, ຮູບ​ແບບ​ການ​ຮ່ວມ​ມື​ດ້ານ​ປັນ​ຍາ​ປະ​ດິດ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ວິ​ສາ​ຫະ​ກິດ ແລະ​ອື່ນໆ, ເພື່ອ​ຊຸກ​ຍູ້​ໃຫ້​​ການ​ພັດ​ທະ​ນາບັນ​ລຸ​ເປົ້າ​ໝາຍ​ຮ່ວມ​ກັນ​, ຮ່ວມ​ກັນ​ປົກ​ປ້ອງ​ຄວາມ​ປອດ​ໄພ, ແລະ​ຮ່ວມ​ກັນ​ຊົມ​ໃຊ້​​ຜົນ​ສຳ​ເລັດໃນ​ຂົງ​ເຂດ​ປັນ​ຍາ​ປະ​ດິດ.

ຄຳ​ເຫັນ

0