吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ເລັ່ງບາດກ້າວ​ພັດທະນາ​ຂະ​ແໜງ​ການຈັດ​ສົ່ງ​ເຄື່ອງ​ດ່ວນ​ຂ້າມ​ຊາດ

2019-09-12 16:58:10 cri

ວັນ​ທີ 10 ກັນຍາ​ຜ່ານ​ມາ, ກອງປະຊຸມ​ການຈັດ​ສົ່ງ​​ເຄື່ອງ​ດ່ວນ​ສາກົນ (ຫາງ​ໂຈ່​ວ) ​ຈີນ​ຄັ້ງ​ທີ 3 ​ພາຍ​ໃຕ້​ຫົວ​ຂໍ້ “ການຈັດ​ສົ່ງ​​ເຄື່ອງ​ດ່ວນກັບ​ການ​ເຊື່ອມ​ໂຍງ​ໂລກ” ​ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງ​ທົງ​ລູ​ແຂວງ​ເຈີ້​ຈ່ຽງຈີນ ​ເຊິ່ງມີ​ຜູ້ຕາງໜ້າຈາກ​ວົງ​ການ​ຕ່າງໆ​ຫຼາຍ​ກວ່າ 600 ຄົນ​ເຂົ້າຮ່ວມ ​ເພື່ອ​ປຶກສາ​ຫາລື​​ເຖິງ​ວິທີ​ການ​ເລັ່ງລັດ​ຂະ​ແໜງ​ການ​ຈັດ​ສົ່ງ​​ເຄື່ອງດ່ວນ​ຈີນ​ສາມາດ​ໄປພັດທະນາ​ຢູ່​ຕ່າງປະ​ເທດ.

ທ່ານ​ໝ໋າຈຸ່ນ​ເຊີ້ງ ຫົວໜ້າ​ອົງການ​ໄປຊະນີ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວວ່າ: ​​ແຕ່​ຕົ້ນ​ປີ 2019 ນີ້​ເປັນ​ຕົ້ນ​ມາ, ຂະ​ແໜງການຈັດ​ສົ່ງ​ເຄື່ອງ​ດ່ວນ​ຈີນ​ສືບ​ຕໍ່​ມີທວ່ງ​ທ່າ​ການ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ, ຄາດ​ວ່າປະລິມານ​ການຈັດ​ສົ່ງ​ເຄື່ອງ​ດ່ວນ​ໃນ​ໝົດ​ປີ​ຈະ​ລື່ນ​ກາຍ 60 ຕື້ອັນ. ​ແຕ່​ປະລິມານ​ການຈັດ​ສົ່ງ​ເຄື່ອງ​ດ່ວນ​ຂ້າມ​ຊາດ ມີ​ປະມານ 2 ຕື້​ອັນຕໍ່​ປີກ​ວມ​ພຽງ​ 3% ຂອງ​ປະລິມານ​ທັງ​ໝົດ, ລາຍ​ຮັບ​ຂອງ​ການຈັດ​ສົ່ງ​ເຄື່ອງ​ດ່ວນຂ້າມ​ຊາດ​ກວມ 8% ຂອງ​ລາຍ​ຮັບ​ທັງ​ໝົດ ​ເຊິ່ງມີ​ຄວາມ​ແຕກ​ໂຕນ​ກັນຫຼາຍ​ກັບ​ການຈັດ​ສົ່ງ​ເຄື່ອງ​ດ່ວນ​ຂອງ​ປະ​ເທດ​ອື່ນໆ.

ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ອອກ “ຂໍ້​ລິ​ເລີ່​ມທົງ​ລູ” ​ເພື່ອ​ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ການຈັດ​ສົ່ງ​ເຄື່ອງ​ດ່ວນ​ຈີນຄວນ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ ​ແລະ​ເສີມສ້າງ​ຄວາມ​ສາມາດ, ​ເພີ່ມ​ທະວີການ​ປະສານ​ງານ ​ແລະ​ການ​ປະດິດ​ສ້າງ​ໃໝ່ ກໍ​ຄື​ການ​ເນັ້ນ​ບັນລຸ​ແຜນການ​ທີ່​ວາງ​ໄວ້, ​ເພື່ອບໍລິການ​​ເສດຖະກິ​ດ​ແຫ່ງ​ຊາດ​ ​ແລະຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​, ສ້າງ​ຄວາມ​ສະດວກ​ໃຫ້​ແກ່ການ​ຄ້າ​ຂ້າມ​ຊາດ, ມີ​ຜົນ​ດີ​ຕໍ່​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ ​ແລະ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ່ງ​ແຂ່ງ​ຂັນ​ກັບ​ສາກົນ.

 

ຄຳ​ເຫັນ

0