黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫ້ອງການວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ເຕືອນ​​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຢ່າ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ຮົງ​ກົງ

2019-09-12 11:26:55 CRI

ວັນ​ທີ 11 ກັນຍາ​ນີ້, ທ່ານ​ມ໋າສຽວ​ກວ່າ​ງ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້ຫວັນ​ຂອງ​ລັດຖະບານ​ຈີນ ​ໄດ້ກ່າວ​ເຕືອນ​ຢ່າງ​ເຄັ່ງຂຶມຕໍ່​ເຈົ້າໜ້າ​ທີ່​ໄຕ້​ຫວັນ​​ໃຫ້ຢຸດຕິການ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ຮົງ​ກົງ.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຂອງ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​​ໃນ​ວັນ​ດັ່ງກ່າວ, ທ່ານ​ມ໋າສຽວ​ກວ່າ​ງ ກ່າວ​ວ່າ: ​ເຈົ້າໜ້າ​ທີ່​ພັກ​​ປະຊາທິປະ​ໄຕ​ກ້າວໜ້າຂອງໄຕ້​ຫວັນ​ໄດ້​ມີ​ການ​ກະທຳ​ທີ່ອັບປີ​ຕໍ່​ສະພາບ​ການ​ທີ່​ເກີດ​ຂຶ້ນຢູ່​ຮົງ​ກົງ ​ໂດຍ​ໄດ້​ຍຸຍົງ​ສົ່ງ​ເສີມ, ປຸກ​ປັ່ນ​ຄວາມ​ວຸ້ນວາຍ ​ແລະ ສົມຮູ້​ຮ່ວມ​ຄິດ​ກັບ​ອິດ​ທິກຳລັງ​ແບ່ງ​ແຍກ​ຮົງ​ກົງເປັນ​ເອກະລາດ ​ເພື່ອ​ຢາກ​ສ້າງ​ຄວາມ​ປັ່ນ​ປ່ວນ​ວຸ້ນວາຍ​ຢູ່​ຮົງ​ກົງ ​ແລະ ທຳລາຍຫຼັກການ “ປະ​ເທດ​ດຽວ​ສອງ​ລະບອບ”. ພວກ​ເຂົາ​​ໄດ້​ຖື​ໂອກາດ​ໃສ່​ຮ້າຍ​ປ້າຍ​ສີ​ຝ່າຍ​ຈີນ​ແຜ່ນດິນ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ, ປຸກລະດົມພວກ​ປະຊາ​ນິຍົມ​ໃນ​ຮົງ​ກົງ, ​ໂຄສະນາ​ຊວນ​ເຊື່ອ​ເພື່ອ​ສ້າງ​ຄວາມ​ຫວາດ​ກົວ​​ຈີນ​ແລະ​ຕໍ່ຕ້ານ​ຈີນ ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ຕົນ​ໃນ​ການ​ໂຄສະນາ​ຫາ​ສຽງ​​ໃນ​ການ​ເລືອກ​ຕັ້ງ​ໃນ​ອະນາຄົດຢູ່​ໄຕ້​ຫວັນ. ​ເມື່ອ​ບໍ່​ດົນ​ມາ​ນີ້, ​​ພວກ​ເຂົາ​ຍິ່ງ​ບໍ່​ຫົວຊາ​ຕໍ່ຄວາມ​ປອດ​ໄພ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ໄຕ້​ຫວັນ, ​​ໂດຍ​ໄດ້ເຊື້ອ​ເຊີນພວກ​ແບ່ງ​ແຍກ​ຮົງ​ກົງ​ໄປ​ຢ້ຽມຢາມ​ໄຕ້​ຫວັນ​ຢ່າງ​ບັງ​ອາດ, ​ເຊິ່ງ​ເປັນ​ການ​ປົກ​ປ້ອງ​ພວກ​ຫົວ​ຮຸນ​ແຮງ​ເຫຼົ່ານີ້ ​ແລະ ​ເຮັດ​ໃຫ້​ໄຕ້​ຫວັນ​ກາຍ​ເປັນ “​ແຫຼ່ງຫຼົບລີ້​ຂອງ​ກຸ່ມ​ຄົນ​ຮ້າຍ” ​ເຊິ່ງ​ເປັນ​ການ​ເປີດ​ປະຕູ​ຕໍ່ການ​ກະທຳ​ທີ່​ສ້າງ​ຄວາມ​ປັ່ນ​ປ່ວນ​ແລະ​​ເປັນໄພ​ອັນຕະລາຍ​ຕໍ່ໄຕ້​ຫວັນ.

ທ່ານ​ມ໋າສຽວ​ກວ່າ​ງ ກ່າວ​ຕື່ມ​ວ່າ: ພວກ​ຂ້າພະ​ເຈົ້າ​ເຕືອນອີກ​ຄັ້ງໜຶ່ງ​ໃຫ້​ເຈົ້າໜ້າ​ທີ່​ພັກ​ປະຊາທິປະ​ໄຕ​ກ້າວໜ້າ​ຂອງ​ໄຕ້​ຫວັນຈົ່ງຂັບ​ໄລ່​ມື​ມືດ​ທີ່​ແຊກ​ຊຶມ​ເຂົ້າ​ຮົງ​ກົງ, ຢຸດຕິ​ການ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ຮົງ​ກົງ, ຢຸດຕິ​ການ​ຍຸຍົງ​ສົ່ງ​ເສີມ​ແລະປົກ​ປ້ອງ​ພວກ​ຫົວ​ຮຸນ​ແຮງ ​ແລະ ຢຸດຕິການ​ກະທຳ​ທີ່ທຳລາຍສາຍ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ.

ຄຳ​ເຫັນ

0