蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ປະ​ທານ​າ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ເພື່ອ​ຂະ​ຫຍາຍ​ການ​ຮ່ວມ​ມື​ສອງ​ຝ່າຍ

2019-09-12 15:16:46 CRI

图片默认标题_fororder_1124988091_15682108582141n

ວັນ​ທີ 11 ກັນ​ຍາ​ນີ້, ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ກາ​​ຊິມ ໂຈ​ມາດ ໂຕ​ກາ​ເຢັ​ບ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ, ປະ​ມຸ​ກ​ລັດ​ສອງ​ປະ​ເທດ​​ໄດ້ເປັນ​ເອກ​ະ​ພາບ​ກັນ​ເຫັນ​ດີຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຢ່າງ​ຖາ​ວອນ​ຈີນ-ກາ​ຊັກ​ສະ​ຖານ ບົນ​ຈິດ​ໃຈ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ການ​ພົວ​ພັນ​ຈີນ-ກາ​ຊັກ​ສະ​ຖານ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ. ຈີນ​ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ຮອບ​ດ້ານກັບ​ກາ​ຊັກ​ສະ​ຖານ, ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ຮ່ວມ​ກັນ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ລຽບ​ຕາມ​ເສັ້ນ​ທາງ​ສາຍ​ໄໝ​​ໂດຍເຊື່ອມ​ຕໍ່​​ເຂົ້າກັບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໃໝ່ “ເສັ້ນ​ທາງ​ແຫ່ງ​​ຄວາມ​ສະ​ຫວ່າງ​ສະ​ໄຫວ”, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ, ຊຸກ​ຍູ້ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​​ຄວາມ​ສາ​ມາດການ​ຜະ​ລິດ​ຢ່າງ​ໜັກ​ແໜ້ນ, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປະ​ດິດ​ສ້າງ​ໃໝ່​ທາງວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ ພ້ອມ​ທັງ​ຮັດ​ແໜ້ນ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ໄປ​ມາ​ຫາ​ສູ່​​ກັນລະ​ຫວ່າງ​ທ້ອງ​ຖິ່ນ.

图片默认标题_fororder_1124988091_15682108582121n

ຄຳ​ເຫັນ

0