蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຟ​ແສງ​ສີ​ພູ​ຊິ່ງ​ຊິ້ວ​ນະ​ຄອນ​ນານ​ນິງ​​ດຶງ​ດູດ​ຄວາມ​ສົນ​ໃຈຂອງ​ນັກ​ທ່ອງ​ທ່ຽວ

2019-09-12 15:57:05 CRI

图片默认标题_fororder_105212300

ຕອນ​ຄ່ຳ​ວັນ​ທີ 11 ກັນ​ຍາ​ນີ້, ນັກ​ທ່ອງ​ທ່ຽວ​ໄດ້​ທ່ຽວ​ຊົມ​ງານ​ວາງ​ສະ​ແດງ​ໄຟ​ແສງ​ສີ​ທີ່​ຈັດ​ຂຶ້ນ​ຢູ່​ພູ​ຊິ່ງ​ຊິ້ວ​ນະ​ຄອນ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກ​ວາງ​ຊີ​ຈີນ. ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​​ມີຫົວ​ຂໍ້​ວ່າ: “ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ ກໍ​ຄື​ຕ້ອນ​ຮັບ​ບຸນ​ໄຫວ້​ພະ​ຈັນ” ໂດຍ​ໄດ້​ຕິດ​ຕັ້ງ​ໄຟ​ແສງ​ສີ​ປະ​ເພດ​ຕ່າງໆ​ລຽບ​ຕາມ​ສາຍ​ພູ​ ແລະ ແມ່​ນ້ຳ. ນັບ​ແຕ່​ເປີດ​ງານ​ວາງ​ສະ​ແດງ​ແຕ່​ວັນ​ທີ 6 ກັນ​ຍາ​ເປັນ​ຕົ້ນ​ມາ, ​ສາ​ມາດ​ດຶງ​ດູດ​ຊາວເມືອງ ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ຊົມ​ເປັນ​ຈຳ​ນວນຫຼວງຫຼາຍ. ງານ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ໄປ​ຈົນ​ເຖິງວັນ​ທີ 20 ຕຸ​ລາ​ປີ​ນີ້ ເຊິ່ງ​​ແມ່ນ​ງານ​ວາງ​ສະ​ແດງ​ໄຟ​ແສງ​ສີ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດຂອງ​ເຂດກວາງ​ຊີ.

图片默认标题_fororder_105212310

 

图片默认标题_fororder_105212320

ຄຳ​ເຫັນ

0