黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົມ​ພາ​ຍຸ​​ເຂດຮ້ອນ​ເຮັດ​ໃຫ້​ປະ​ເທດ​ໄທ​ມີ 37 ຄົນ​ເສຍ​ຊີ​ວິດ

2019-09-12 15:12:14 cri

​ວັນ​ທີ 11 ກັນ​ຍາ​ນີ້, ທ່ານ​ອາ​ນຸ​ທິນ ຊານ​ວິ​ຣະ​​ກຸນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລ​ະ​ນະ​ສຸກ​ໄທ​ກ່າວ​ວ່າ, ລົມ​ພາ​ຍຸ​​ເຂດ​ຮ້ອນ Podul ແລະ Kajiki ໄດ້​ຖະ​ລົ່ມ​ໄທ​ຢ່າງ​ລຽນ​ຕິດ, ປັດ​ຈຸ​ບັນ​ສົ່ງ​ຜົນ​ເຮັດ​ໃຫ້ 37 ຄົນ​ເສຍ​ຊີ​ວິດ, ແລະ​ມີ 18 ຄົນ​ບາດ​ເຈັບ.

ຂະ​ນະ​ດຽວ​ກັນ​, ລົມ​ພາ​ຍຸ​​ເຂດ​ຮ້ອນ​ຍັງ​ໄດ້​ເຮັດ​ໃຫ້​ມີ​ຝົນ​ຕົກ​ແຮງ, ສົ່ງ​ຜົນ​ເຮັດ​ໃຫ້ 32 ແຂວງ​ຂອງ​ໄທ​ເກີດ​ໄພ​ນ້ຳ​ຖ້ວມ​ອີກ, ຫຼາຍກວ່າ370 ພັນຄອບ​ຄົວ​ໄດ້​ຮັບ​ຜົນ​ກະ​ທົບ, ໃນ​ນັ້ນ​​ນ້ຳ​ປ່າ​ໄຫຼ​ຫຼາກ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ກຳ​ແພງ​ເພັດ​ໄດ້ເຮັດ​ໃຫ້ເຮືອນ​ຢູ່​ຂອງ 1 ໝື່ນກວ່າຄອບ​ຄົວ​ເພ​ພັງ. ປັດ​ຈຸ​ບັນ, 7 ແຂວງ​ຂອງ​ໄທ​ເຊັ່ນ: ແຂວງ​ພິ​ສະ​ນຸ​ໂລກ, ແຂວງ​ພິ​ຈິດ​ແລະ​ອື່ນໆ​ຍັງ​ບໍ່ປະ​ສົ​ບ​ໄພ​ນ້ຳ​ຖ້ວມ​ຢູ່.

ພາກ​ສ່ວນ​​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ນ້ຳ​ໄທ​ກ່າວ​ໃນ​ວັນ​ທີ 10 ກັນ​ຍາ​ນີ້​ວ່າ, ຄະ​ນະ​ລັດ​ຖະ​ບານ​ໄດ້​​ຈັດ​ສັນ​ງົບ​ປະ​ມານ 261 ລ້ານ​ບາດ​ເພື່ອ​ໃຊ້​ໃນ​ການ​​ຮັບ​ມື​ກັບ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ເໜືອ​ຂອງ​ໄທ.

ຄຳ​ເຫັນ

0