莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ສະ​ໜັບ​ສະ​ໜູນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແກ້​ໄຂ​ສະ​ຖາ​ນະ​ການ​ໃນປັດ​ຈຸ​ບັນ

2019-09-12 13:32:04 cri

ວັນ​ທີ 11 ກັນ​ຍານີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຮົງ​ກົງ ໂດຍ​ກ່າວ​ວ່າ: ວຽກ​ງານ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​​ເທົ່າ​ນັ້ນ, ປະ​ເທດ​ໄທ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ເພື່ອ​ແກ້​ໄຂ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ເວັບ​ໄຊ​ຂອງ​ຕົນ​ໃນ​ວັນ​ທີ 11 ກັນ​ຍານີ້ ​ໂດຍ​ລະ​ບຸວ່າ: ຝ່າຍ​ໄທ​ພວມ​ເອົາ​ໃຈ​ໃສ່​​ຕິດ​ຕາມສະ​ຖາ​ນະ​ການ​ໃນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຢ່າງ​​ໃກ້​ຊິດ. ໄທ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ”ຂອງ​ຈີນ, ​ແລະເຫັນ​ວ່າ​ວຽກ​ງານ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​​ເທົ່າ​ນັ້ນ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ໄທ​ສະ​ໜັບ​ສະ​ໜູນ​ຜູ້​ວ່າ​ການແລະ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​​​ທີ່​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ແກ້​ໄຂ​​ສະ​ຖາ​ນະ​ການ​ໂດຍ​ຜ່ານ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ສົນ​ທະ​ນາ​ກັບ​ຝ່າຍ​ຕ່າງໆ​ຢ່າງກວ້າງ​ຂວາງ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ໄທ​ເຊື່ອ​ໝັ້ນ​ວ່າ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ມີ​ຄວາມ​ສາ​ມາດພຽງ​ພໍ​ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ໂດຍ​ສັນ​ຕິ​ວິ​ທີ, ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຖາ​ວອນ​ໃນ​ເຂດ​ພິ​ເສດ​ຮົງ​ກົງ, ສ້າງ​ອະ​ນາ​ຄົດ​ອັນ​ສະ​ຫວ່າງ​ສະ​ໄຫວໃຫ້​ແກ່​ປະ​ຊາ​ຊົນ​ຮົງ​ກົງ.

ຄຳ​ເຫັນ

0