黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ​ເຕືອນໃຫ້​ລັດ​ຖະ​ບານອ​າ​ເມ​ຣິ​ກາ, ຢ່າ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຕົນ

2019-09-12 15:12:50 cri

ຕາມ​ຂ່າວ CRI: ກ່ຽວ​ກັບ​ຖ້ວຍ​ຄວາມ​ຂອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໃຫ້​ຍົກ​ເລີກ​ການ​ກ່າວ​ຟ້ອງ​ຕໍ່​ທ່ານ​ເຄັ​ມ ໂຊ​ຄາ ອະ​ດີດ​ປະ​ທານ​ພັກ​ກູ້​ຊາດ​ກຳ​ປູ​ເຈຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ສາ​ກົນ​ກຳ​ປູ​ເຈຍ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 11 ກັນ​ຍາ​ນີ້, ​ໂດຍ​ເຕືອນ​ໃຫ້ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຢ່າ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ກຳ​ປູ​ເຈຍ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ, ​ເຈດ​ຕະ​ນາ​ທີ່​ຢາກ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​​ຊຸດ​ປັດ​ຈຸ​ບັນ​ດ້ວຍ​ວິ​ທີ​ທີ່​ບໍ່​ເປັນ​ປະ​ຊາ​ທິ​ປະ​ໄຕ​ນັ້ນ, ບໍ່​ສອດ​ຄ່ອງ​ກັບ​ຫຼັກ​ການ​ພື້ນ​ຖານ​ດ້ານ​ສິດ​ທິ​ມະ​ນຸດແລະ​ປະ​ຊາ​ທິ​ປະ​ໄຕ. ຖະ​ແຫຼງ​ການ​ຂຽນ​ວ່າ, ກຳ​ປູ​ເຈຍ​ມີ​ອະ​ທິ​ປະ​ໄຕ​ຢ່າງ​ຄົບ​ຖ້ວນ, ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ຕໍ່​ບຸກ​ຄົນ​ຫຼື​ອົງ​ການ​ຈັດ​ຕັ້ງ​ໃດໆ​ກໍ​ຕາມ​ທີ່​ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍ​ຂອງ​ກຳ​ປູ​ເຈຍ, ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​​ໝັ້ນ​ຄົງແລະ​ປົກ​ຄອງ​ປະ​ເທດ​ດ້ວຍ​ກົດ​ໝາຍ​ຂອງ​ຊາດ​ຕົນ. ຖະ​ແຫຼງ​ການ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ​ຈົ່ງ​ປະ​ຕິ​ບັດ​ຕາມ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ກຳ​ປູ​ເຈຍ, ຫຼີກ​ເວັ້ນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ກຳ​ປູ​ເຈຍ​ດ້ວຍ​ຂໍ້​ອ້າງ​ສິ​ດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ.

ທ່ານ​ເຄັມ ໂຊ​ກາ​ ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຈັ​ບ​ຕົວ​ຢູ່​ເຮືອນ​ຂອງ​ຕົນ​ເມື່ອ​ວັນ​ທີ 3 ກັນ​ຍາ​ປີ 2017, ແລະ​ຖືກ​ກ່າວ​ຟ້ອງ​ດ້ວຍ​ຂໍ້​ຫາ “ສົມ​ຮູ້​ຮ່ວມ​ຄິດກັບ​ຕ່າງ​ປະ​ເທດ” ​​ຕາມ​ມາດ​ຕາ 443 ຂອງ​ກົດ​ໝາຍ​ອາ​ດ​ຍາ. ວັນ​ທີ 10 ກັນ​ຍາ​ປີ​ຜ່ານ​ມາ, ຍ້ອນ​ສາ​ເຫດ​ສຸ​ຂະ​ພາບ, ທ່ານ​ໄດ້​ປະ​ກັນ​ໂຕ​ເພື່ອ​ລໍ​ຖ້າ​ການ​ດຳ​ເນີນ​ຄະ​ດີ​ຄັ້ງ​ຕໍ່​ໄປ

ຄຳ​ເຫັນ

0