何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຄັດ​ຄ້ານ​ຢ່າງ​ເດັດ​ຂາດ​ຕໍ່​ສະ​​ພາ​ສູງ​ອາ​ເມ​ຣິ​ກາທີ່​ຜ່ານ​ຍັດ​ຕິ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ

2019-09-13 14:24:46 CRI

ວັນ​ທີ 12 ກັນ​ຍາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຄັດ​ຄ້ານ​ຢ່າງ​ເດັດ​ຂາດ​ຕໍ່​ສະ​​ພາ​ສູງ​ອາ​ເມ​ຣິ​ກາ​​ທີ່ຜ່ານ​ຍັດ​ຕິ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ, ທວງ​ໃຫ້​ອາ​ເມ​ຣິ​ກາ​ຢຸດ​ຕິ​ການ​ແຊກ​ແຊ​ງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ດ້ວຍ​ບັນ​ຫາ​ກ່ຽວ​ກັບ​ເຊດ​ຊິ່ນ​ຈ່ຽງ​ຈີນ, ຢຸດ​ຕິ​ການ​ຊຸກ​ຍູ້​ຍັດ​ຕິ​ທີ່​ກ່ຽວ​ຂ້ອງ​ໃຫ້​ກາຍ​ເປັນ​ກົດ​ໝາຍ​ທາງ​ການ, ເພື່ອຫຼີກ​ລ່ຽງ​ຜົນ​ກະ​ທົບ​ຕໍ່​ສະ​ພາບກວມ​ລວມ​ຂອງ​ການ​ພົວ​ພັນ​ຈີ​ນ-ອາ​ເມ​ຣິ​ກາ.

 

ມີ​ນັກ​ຂ່າວ​ຖາມ​ວ່າ, ​ຕອນ​ຄ່ຳວັນ​ທີ 11 ກັນ​ຍາ​ນີ້ ສະ​ພາ​ສູງ​ອາ​ເມ​ຣິ​ກາ​ໄດ້​ພິ​ຈາ​ລະ​ນາ​ຮັບ​ຮອງ ຍັດ​ຕິ​ນະ​ໂຍ​ບາຍ​ສິ​ດ​ທິ​ມະ​ນຸດ​ເວີຍ​ເກີ ໂດຍ​ຮຽກ​ຮ້ອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ເພີ່ມ​ຄວາມ​ກົດ​ດັນ​ຕໍ່​ຈີນ​ໃນ​ບັນ​ຫາ​ຊິ່ນ​ຈ່ຽງ. ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

 

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງ​ກ່າວ​ວ່າ, ຍັດ​ຕິ​ດັ່ງ​ກ່າວ​ບໍ່​ເອົາ​ຫົວ​ຊາຕໍ່​ຄວາມ​ຈິງ​ພາ​ວະ​ວິ​ໄສ, ໃສ່​ຮ້າຍ​ປ້າຍ​ສີ ແລະ ຕິ​ຕຽນ​ຢ່າງ​ບໍ່​ມີ​ເຫດ​ຜົນ​ຕໍ່​ສະ​ພາບ​ສິດ​ທິ​ມະ​ນຸດ​ຢູ່​ເຂດ​ຊິ່ນ​ຈ່ຽງ​ຈີນ ແລະ ​ນະ​ໂຍ​ບາຍ​ປົກ​ຄອງ​ເຂດ​ຊິ່ນ​ຈ່ຽງ​ຂອງ​ຈີນ, ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ບັງ​ອາດ, ນີ້​ຈະ​ພຽງ​ແຕ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຮູ້​ສຶກ​ຄຽດ​ແຄ້ນ​ຢ່າງ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

ຄຳ​ເຫັນ

0