吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຈຕະນາ​ສະກັດ​ກັ້ນການ​ພັດທະນາ​ຂອງ​ຈີນ​​​ໃດໆ​ກໍ​ບໍ່​ສາມາດ​ບັນລຸຜົນ​ເປັນ​ຈິງ​ໄດ້

2019-09-13 17:01:30 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ດີ​ໂນ ພັດທີ ດີ​ຈາ​ລາ ປະທານ​ສະມາຄົມ​ນະ​ໂຍບາຍ​ການຕ່າງປະ​ເທດ ທັງ​ເປັນ​ອະດີດຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ​ໃນ​ໄລຍະ 70 ປີຜ່ານມາ, ຈີນ​ມີ​ຂະ​ບວນການ​ພັດທະນາ​ບໍ່​ທຳມະ​ດາ ​ແລະ​ໄດ້​ຮັບ​ໝາກຜົນ​ອັນ​ຍອດ​ຍິ່ງ​ໃນ​ການ​ພັດທະນາ. ​ເຈຕະນາ​ໃດໆ​ທີ່​ຢາກ​ຈະ​ສະກັດ​ກັ້ນ​ການ​ພັດທະນາ​ຂອງ​ຈີນ​​ບໍ່​ສາມາດ​ບັນລຸຜົນ​ເປັນ​ຈິງ​ໄດ້. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ໃນ​ການສຳຄັນ​ທີ່​ສະໜອງ​ແຜນການ​ແກ້​ໄຂ​ບັນຫາ​ສາກົນ ​ແລະ​ພາກ​ພື້ນ​ໃນ​ປັດຈຸບັນ​ນີ້. ຫວັງ​ວ່າ​ຈີນ​ຈະຮ່ວມ​ກັບ​ອາ​ຊຽນ​ໃນ​ການ​ປົກ​ປັກຮັກສາ​ຄວາມເປັນ​ທຳ​ສາກົນ ​ແລະ​ຕໍ່ຕ້ານ​ການ​ກະທຳທີ່​ຜິດພາດ.

​ເມື່ອບໍ່​ດົນ​ມານີ້, ທ່ານ​ດີ​ໂນ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ສຳ​ມະ​ນາພາຍ​ໃຕ້​ຫົວ​ຂໍ້ “ການ​ພັດທະນາ​ຂອງ​ຈີນ ​ແລະ​ອະນາຄົດ​ຂອງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນ” ທີ່​ຈັດ​ຂຶ້ນ​ໂດຍ​ຄະນະ​ຜູ້​​ຕາງໜ້າ​ຖາວອນ​ຈີນ​ປະຈຳ​ອາ​ຊຽນວ່າ: ອາ​ຊຽນມີ​ການ​ວິນິດ​ໄສ​ຢ່າງ​ມີ​ເຫດຜົນຂອງ​ຕົນຕໍ່ການ​ພັດທະນາ​ຂອງ​ຈີນ. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ອິດ​ທິພົນ​ໃຫຍ່​ທີ່​ສຸດ​ຕໍ່​ອາຊີ​ຕາ​ເ​ວັນ​ອອກສຽງ​ໃຕ້. ຕໍ່ໜ້າ​ທ່າ​ອ່ຽງການ​ພັດທະນາ​ຂອງ​ຈີນ​ຢ່າງ​ວ່ອງ​ໄວ, ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ. ຕໍ່ໜ້າ​ສະຖາລະ​ພາບ​ໃໝ່, ຈີນ ​ແລະ​ບັນດາ​ປະ​ເທ​ດອາ​ຊຽນຄວນ​ເລັ່ງລັດ​ຊຸກຍູ້​ການ​ປຶກສາ​ຫາລື “ກົດ​ແຫ່ງ​ການ​ປະພືດ​ຢູ່​ທະ​ເລ​ຈີນ​ໃຕ້ ຫຼື COC” ​ແລະ​ການ​ເຈລະຈາ “ສັນຍາ​ສາຍ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ເຂດ​ແຄວ້ນ ຫຼື RCEP”, ຊຸກຍູ້​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​​ໃຫ້​ເຊື່ອມ​ຕໍ່​ກັບ “​ແຜນ​ແມ່​ບົດ​ການ​ເຊື່ອງ​ຈອດກັນຂອງ​ອາ​ຊຽນຮອດ​ປີ 2025”. ຮ່ວມ​ກັນ​ຍຶດ​ໝັ້ນ​ລັດທິ​ຫຼາຍ​ຝ່າຍ ​ແລະ​ສ້າງສາ​ຍພົວພັນ​ຈີນ-ອາ​ຊຽນທີ່​ມີ​ຄວາມ​ກ້າວໜ້າ ​ແລະ​ແທດ​ເໝາະກັບ​ສະພາບ​ຕົວ​ຈິງ.

ຄຳ​ເຫັນ

0