吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮົງ​ກົງ​ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​ອີກ​ເທື່ອໜຶ່ງ

2019-09-13 16:21:07 cri

ວັນ​ທີ 12 ກັນຍາ​ຜ່ານ​ມາ, ອົງການ​ປົກຄອງ​ເຂດພິ​ເສດ​ຮົງ​ກົງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ສະ​ຖາ​ບັນ​ຄົ້ນຄວ້າ​ຟຣາ​ເຊີຣກາ​ນາດາ​ທີ່​ປະ​ເມີນຮົງ​ກົງ​ເປັນ​ກຸ່ມ​ເສດຖະກິດ​ເສລີ​ທີ່​ສຸດ​ໃນ​ໂລກ​ອີກ​ເທື່ອ​ໜຶ່ງ​ໃນ “ບົດ​ລາຍ​ງານ​ຄວາມ​ເສລີ​ດ້ານ​ເສດຖະກິດ​ໂລກ​ປະຈຳ​ປີ 2019”. ນັບ​ແຕ່​ການ​ເ​ປີດ​ເຜີຍ​ບົດ​ລາຍ​ງານ​ນີ້​ເປັນ​ຕົ້ນ​ມາ, ຮົງກົງ​​ໄດ້ຮັກສາຖານະ​ອັນ​ດັບ​ໜຶ່ງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

​ໂຄສົກ​ອົງການ​ປົກຄອງ​ເຂດພິ​ເສດ​ຮົງ​ກົງ​ກ່າວ​ວ່າ: ​ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ອົງການ​ປົກຄອງ​ພິ​ເສດ​ຮົງ​ກົງ​ໃນ​ການ​ເດັດດ່ຽວ​ສ້າງ​ກຸ່ມ​ເສດຖະກິດ​ເສລີ ​ແລະ​ສະ​ໜອງ​ສິ່ງ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດທີ່​ຍຸຕິ​ທຳ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ທ່ານ​ກ່າວ​ຕື່ມ​ວ່າ: ອົງການ​ປົກຄອງ​ເຂດພິ​ເສດ​ຮົງ​ກົງ​ຈະພະຍາຍາມ​ປັບປຸງ​ທ່າ​ແຮງດ້ານ​ໂຄງ​ປະກອບຂອງ​ຕົນ ລວມທັງ​ການປົກ​ຄອງ​ຕາມ​ກົດໝາຍ​ທີ່​ເປັນ​ມູນ​ເຊື້ອ​ທີ່​ດີ, ລະບຽບ​ການ​ດ້ານການ​ຄ້າ ​ແລະ​ການ​ລົງທຶນ​ແບບ​​​ເສລີ, ລະບຽບການ​ພາສີ​ອາກອນ​ທີ່​ແບບ​ງ່າຍໆ ​ແລະ​ມີ​ອັດຕາ​ຕ່ຳ, ສິ່ງ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ດີ ​ແລະ​ອົງການ​ປົກຄອງທີ່​ມີ​ປະສິດ​ທິພາ​ບສູງ. ທ່າ​ແຮງ​ເຫຼົ່າ​ນີ້​ໄດ້​ສະໜອງ​ສິ່ງ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ​ໃຫ້​ວິ​ສາ​ຫະກິດ​ສາມາດ​ພັດທະນາ​​ເປັນ​ຢ່າງ​ດີ, ​​​ໃຫ້ເສດຖະກິດສາມາດ​ພັດທະນາຢ່າງ​ຕໍ່​ເນື່ອງ ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ໂດຍ​ລວມ ​ແລະສາມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຂຶ້ນ​ໃນ​ທຸກ​ເວລາ​ໄດ້.

ຄຳ​ເຫັນ

0