曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການທ່ອງທ່ຽວແຫ່ງຊາດໄທຈັດງານລາຕີບຸນໄຫວ້ພະຈັນເພື່ອດູດດຶງນັກທ່ອງທ່ຽວຈີນ

2019-09-14 17:41:03 cri

ວັນ​ທີ 13 ກັນ​ຍາ​ແມ່ນ​ບຸນ​ໄຫວ້​ພະ​ຈັນ. ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​​ໄດ້ຮ່ວມ​ກັບ​ສູນ​ວັດ​ທະ​ນະ​ທຳ​ຈີນ​ບາງກອກ​​ຈັດ​ງານ​ລາ​ຕີ​ບຸນ​ໄຫວ້​ພະ​ຈັນ​ຢູ່​​ພັດ​ທະ​ຍາ ເມືອງ​ທ່ອງ​ທ່ຽວ​ແຄມ​ທະ​ເລ​ທີ່​ມີ​ຊື່​ສຽງ​ຂອງ​ໄທ, ເພື່ອ​ສະ​ແດງ​ພາບ​ພົດ​ດ້ານ​ການ​ທ່​ອ​ງ​ທ່ຽວ​ຂອງ​ໄທ, ​ແລະ​ດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຈີນ.

   ​ນັບ​ແຕ່​ຕົ້ນ​ປີ​ນີ້ມາ, ຈຳ​ນວນ​ນັກ​ທ່​ອງ​ທ່ຽວ​ຈີນ​​ທີ່ໄປ​ໄທ​ໄດ້​ຫຼຸດ​ລົງ, ຝ່າຍ​ໄທ​​ຈຶ່ງຫວັງ​ໃຫ້​ເປີດກວ້າງ​ຕະ​ຫຼາດ​ທ່ອງ​ທ່ຽວ​ຈີນ. ​ໃນງານ​ລາ​ຕີ​ມື້​​ດັ່ງ​ກ່າວ​ໄດ້​ເຊີນ​ນັກ​ທ່ອງ​ທ່ຽວ​ຈີນ 500 ກວ່າ​ຄົນ​ແລະ​ຜູ້​ປະ​ກອບການ​ທ່ອງ​ທ່ຽວ​ທ້ອງ​ຖິ່ນປະ​ມານ 100 ຄົນ​ເຂົ້າ​ຮ່ວມ.

 ຈີນ​ເປັນ​ປະ​ເທດແຫຼ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ​ໄທ, ປີ​ກາຍ​ນີ້, ໄທ​​ໄດ້​ຕ້ອນ​ຮັບນັກ​ທ່ອງ​ທ່ຽວ​ຈີນ 10 ລ້ານກວ່າ​ຄົນ. ໃນ 6 ເດືອນ​ຕົ້ນ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ໄທ​ຫຼຸດ​ລົງ 5% ເມື່ອ​ທ່ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ກາຍ​ນີ້.

    ເພື່ອດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຈີນ​ຫຼາຍກວ່າ​ເກົ່າ, ​ລັດ​ຖະ​ບານ​ໄທ​ຕົກ​ລົງ​ໃນ​ວັນ​ທີ 20 ສິງ​ຫາ​ຜ່ານ​ມາ​ວ່າ, ຈະ​​ເລື່ອນ​ເວ​ລາ​​ອີກ​ເຄິ່ງ​ປີ​ຕໍ່ມາດ​ຕະ​ການ​ຍົກ​ເລີກ​ຄ່າ​ວີ​ຊາ​ກັບ​ດ່ານ​ທີ່​ຈະ​ໝົດ​ອາ​ຍຸ​ການໃນ​ທ້າຍ​ເດືອນ​ຕຸ​ລາ​ປີ​ນີ້, ​ນັ້ນ​ໄປ​ຈົນ​ເຖິງວັນ​ທີ 30 ເມ​ສາ​ປີ 2020.

ຄຳ​ເຫັນ

0