吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕາງໜ້າ 139 ປະ​ເທດ​ຮຽກຮ້ອງ​ໃຫ້​ບັນລຸ​ສິດ​ການ​ພັດທະນາ​ໃນ​ສະພາ​ສິດທິ​ມະນຸດ

2019-09-14 15:50:16 cri

ວັນ​ທີ 13 ກັນຍາ​ຜ່ານ​ມາ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊີນຊວີ້ ຜູ້ຕາງໜ້າ​ຖາວອນ​ຂອງຈີນ​ປະຈຳ​ສຳນັກງານອົງການ​ສະຫະ​ປະຊາ​ຊາດທີ່​ເຊີ​ແນວ ​ແລະອົງການ​ຈັດ​ຕັ້ງ​ສາກົນ​​​​ອື່ນໆທີ່​ສະ​ວິສໄດ້​ຕາງໜ້າ 139 ປະ​ເທດອອກ​ຖະ​ແຫຼງການ​ຮ່ວມ​ພາຍ​ໃຕ້​ຫົວ​ຂໍ້ “ບັນລຸ​ສິດ​ການ​ພັດທະນາ​ຢ່າງ​ເຕັມ​ສ່ວນ ​​ແລະ​​ເຮັດ​ໃຫ້ການ​ພັດທະນາ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນທຸກ​ຖ້ວນ​ໜ້າ” ​ໃນ​ກອງ​ປະຊຸມ​ຄັ້ງທີ 42 ຂອງສະພາ​​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ​ເຊີນ​ຊວີ້ກ່າວ​ວ່າ: ການພັດທະນາ​ແມ່ນ​ຫົວ​ຂໍ້ຖາ​ວອນ​ຂອງ​ສັງຄົມມະນຸດ. ປະສົບ​ການ​ຂອງ​ບັນດາ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ຜົນສຳ​ເລັດ​ຂອງ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ການ​ພັດທະນາ​ມີ​ຄວາມ​ສຳຄັນ​ໃນ​ການ​ບັນລຸ ​ແລະ​ຊົ​ມ​ໃຊ້​ສິດທິ​ມະນຸດ.

ທ່ານ​ກ່າວ​ຕື່ມ​ວ່າ: ​ໃນ​ປັດຈຸບັນ​ນີ້, ລັດທິຝ່າຍ​ດຽວ​ ​ແລະ​ລັດທິ​ປົກ​ປ້ອງ​ສືບ​ຕໍ່​ແຜ່​ຂະຫຍາຍ, ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ຍັງ​ບໍ່​ມີ​ຄວາມ​ດຸນ​ດ່ຽງ, ບໍ່ກົມກຽວ​ກັນ ແລະ​ບໍ່​ເຕັມ​ສ່ວນ. ບັນດາ​ປະ​ເທດ​ຄວນ​ປະຕິບັດ​ຕາມ “ຖະ​ແຫຼ​ງການ​ສິດ​ການ​ພັດທະນາ” ຂອງ​ອົງການ​ສະຫະ​ປະຊາ​ຊາດ, ຮັບ​ປະ​ກັນ​ສິດທິ​ເຂົ້າ​ຮ່ວມ​ການ​ພັດທະນາ​ຂອງ​ປະຊາຊົນ​ຢ່າງ​ເທົ່າ​ທຽມ​ກັນ, ​ໃຫ້​ທຸກ​ຄົນ​ມີ​ຊີວິດ​ການ​ເປັນຢູ່ທີ່​ມີ​ກຽດ.

ກອງ​ປະຊຸມ​ຄັ້ງ​ທີ 42 ຂອງສະພາ​ສິດທິ​ມະນຸດ​​ອົງການ​ສະ​ຫະປະຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ເຊີ​​ແນ​ວ​ໃນ​ວັນ​ທີ 9 ກັນ​ຍາ​ຜ່ານ​ມາ. ຈີນ​​ໄດ້ຕາງໜ້າ 139 ປະ​ເທດ​ຮຽກຮ້ອງ​​ໃຫ້ບັນລຸ​ສິດ​ການ​ພັດທະນາ​ຢ່າງ​ເຕັມ​ສ່ວນ ​ແລະ​​ເຮັດ​ໃຫ້ການ​ພັດທະນາ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນທຸກຖ້ວນ​ໜ້າ ​ເຊິ່ງ​ໄດ້​ສະ​ແດງສຽງ​ໃນໃຈ​ຂອງ​ບັນດາ​ປະ​ເທດ​ທີ່​ກຳລັງ​ພັດທະນາ ສະ​ນັ້ນ, ຜູ້ຕາງໜ້າ​ຈາກ​ບັນດາ​ປະ​ເທດ​ທີ່​ກຳລັງ​ພັດທະນາ​​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ຄະນະ​ຜູ້​ແທນຈີນ.

ຄຳ​ເຫັນ

0